ການຈັດກອງປະຊຸມປຶກສາຫາລືຮ່ວມ ລະຫ່ວາງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈໍາປາສັກ ຄັ້ງທີ 4
ວັນທີ 17 ກຸມພາ 2025, ກອງປະຊຸມປຶກສາຫາລື ຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈໍາປາສັກ ຄັ້ງທີ 4 ຖຶກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ປະຈໍາ ສປປ ລາວ ສາຂາປາກເຊ (JCCIL) ແລະ ແຂວງຈຳປາສັກ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຈຳປາສັກ. ຝ່າຍຍີ່ປຸ່ນມີຜູ້ເຂົ້າຮ່ວມປະມານ 24 ທ່ານ, ໃນນັ້ນມີ ທ່ານ Koizumi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການ JICA, JETRO, JCCIL ແລະ ບັນດາບໍລິສັດສະມາຊິກເຂົ້າຮ່ວມ ເຊິ່ງຝ່າຍແຂວງຈຳປາສັກ ມີຜູ້ເຂົ້າຮ່ວມປະມານ 21 ທ່ານ ລວມທັງຜູ້ເຂົ້າຮ່ວມທາງອອນໄລນໍາອີກ.
ການປຶກສາຫາລືຄັ້ງນີ້ ໄດ້ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ Koizumi ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ແລະ ໄດ້ດໍາເນີນໄປດ້ວຍຮູບແບບໂຕ້ຕອບ, ໂດຍຝ່າຍຍີ່ປຸ່ນ ໄດ້ລາຍງານຂໍ້ສະເໜີຂອງຕົນ ແລະ ຝ່າຍແຂວງຈຳປາສັກ ໄດ້ໃຫ້ຄໍາຊີ້ແຈງ ແລະ ຄໍາຕອບຂອງຕົນໃຫ້ແກ່ຝ່າຍຍີ່ປຸ່ນ.
ໃນປີນີ້ມີທັງໝົດ 5 ຂໍ້ສະເໜີຈາກຝ່າຍຍີ່ປຸ່ນເຊັ່ນວ່າ: (1) ການປັບປຸງຂັ້ນຕອນການອອກວີຊ່າເຂົ້າ-ອອກຫຼາຍເທື່ອ; (2) ການປັບປຸງເສັ້ນທາງຫຼວງເລກທີ 13(ຊ່ວງໄລຍະທາງແຕ່ ຫຼັກ 8 ຫາ ຫຼັກ 19); (3) ການຫລຸດຜ່ອນບັນຫາໄຟຟ້າດັບ; (4) ການແຈ້ງມອບພັນທະອາກອນຕ່າງໆ 100% ຜ່ານລະບົບTAXRIS; (5) ການປັບປຸງລະບົບການບໍລິການປະຕູດຽວ.
ບັນດາຂໍ້ສະເໜີຂອງຝ່າຍຍີ່ປຸ່ນຂ້າງເທິງ ແມ່ນໄດ້ຮັບການອະທິບາຍ ແລະ ຄໍາຕອບຢ່າງຈິງໃຈ ຈາກເຈົ້າແຂວງ ແລະ ບັນດາຜູ້ຕາງໜ້າ ຈາກແຕ່ລະພະແນກການຂອງແຂວງຈຳປາສັກ.
ໂດຍອີງໃສ່ 5 ຫົວຂໍ້ດັ່ງກ່າວ ໄດ້ດຳເນີນການປຶກສາຫາລືຮ່ວມ ລະຫວ່າງຝ່າຍຍີ່ປຸ່ນ ແລະ ຝ່າຍແຂວງຈຳປາສັກ ເພື່ອແກ້ໄຂ ແລະ ປັບປຸງບັນຫາດັ່ງກ່າວ. ເນື່ອງຈາກທັດສະນະຄະຕິອັນຈິງໃຈ ແລະ ຈິງຈັງຂອງທັງຝ່າຍຍີ່ປຸ່ນ ແລະ ຝ່າຍແຂວງຈຳປາສັກ ໄດ້ເຮັດໃຫ້ພວກເຮົາມີຄວາມໝັ້ນໃຈວ່າ ສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ແຂວງຈຳປາສັກຈະດີຂຶ້ນໃນຕໍ່ໜ້າ.