ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ການກວດກາ ແລະ ສໍາມະນາ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ

ການກວດກາ ແລະ ສໍາມະນາ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ

ໃນລະຫວ່າງວັນທີ 22-23 ກໍລະກົດ 2025, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງຈຳປາສັກ ຮ່ວມກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ ໄດ້ດຳເນີນການກວດສອບລະບົບປ້ອງກັນອັກຄີໄຟ ແລະ ອຸປະກອນຄວາມປອດໄພຕ່າງໆຢ່າງລະອຽດຢູ່ໃນໂຮງງານ, ສາງເກັບມ້ຽນສິນຄ້າ, ຫ້ອງການ ແລະ ສະຖານທີ່ອື່ນໆພາຍໃນ ຂພສປຍ.
ການກວດສອບຄວາມປອດໄພດ້ານອັກຄີໄພແມ່ນຈະດຳເນີນການເປັນປະຈຳທຸກໆປີໃນຊ່ວງເວລາດັ່ງກ່າວ, ແຕ່ໃນປີນີ້ໄດ້ມີການກວດສອບໂຮງງານຍີ່ປຸ່ນທັງໝົດ 13 ໂຮງງານ ໂດຍໄດ້ເນັ້ນໃສ່ການກວດກາອຸປະກອນຕ່າງໆ ເຊັ່ນ: ລະບົບສັນຍານເຕືອນໄພ, ຖັງດັບເພີງ (ເພື່ອກວດສອບການໃຊ້ງານ) ແລະ ທາງອອກສຸກເສີນ.
ໂຮງງານຍີ່ປຸ່ນທັງໝົດແມ່ນຜ່ານການກວດສອບ ແຕ່ວ່າມີບາງໂຮງງານແມ່ນໄດ້ຮັບຄຳແນະນຳສະເພາະຈາກທາງຄະນະຜູ້ກວດສອບ ເຊັ່ນວ່າ ການເພີ່ມຈຳນວນບັ້ງດັບເພີງ, ການຕິດຕັ້ງໄວ້ໃນຈຸດທີ່ເໝາະສົມ ແລະ ການປ່ຽນແທນອຸປະກອນເກົ່າທີ່ໃຊ້ການບໍ່ໄດ້.
ໃນວັນທີ 24 ກໍລະກົດ 2025 ໄດ້ມີການຈັດສຳມະນາກ່ຽວກັບກວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຂຶ້ນທີ່ຫ້ອງປະຊຸມຂອງຫ້ອງການບໍລິຫານ ຂພສປຍ ໂດຍມີພະນັກງານທີ່ຖືກຄັດເລືອກຈາກແຕ່ລະໂຮງງານຍີ່ປຸ່ນເຂົ້າຮ່ວມການຝຶກອົບຮົມການປະຕິບັດກ່ຽວກັບການໃຊ້ຖັງດັບເພີງ ແລະ ອຸປະກອນຄວາມປອດໄພພື້ນຖານອື່ນໆ ຢ່າງຖືກ.
ຈຸດປະສົງຂອງການສຳມະນາແມ່ນເພື່ອເສີມສ້າງຄວາມຮູ້ດ້ານຄວາມປອດໄພຈາກອັກຄີໄພ, ປົກປ້ອງຊັບສິນຂອງບໍລິສັດ ແລະ ເພື່ອໃຫ້ການດຳເນີທຸລະກິດເປັນໄປຢ່າງລາບລຶ້ນ ແລະ ຕໍ່ເນື່ອງ.
ໃນຕອນທ້າຍຂອງການຝຶກອົບຮົມ, ທາງພະແນກສະກັດກັ້ນ ແລະ ຕ້ານອັກຄີໄພແຂວງຈຳປາສັກໄດ້ອອກໃບຢັ້ງຢືນການກວດກາ ແລະ ໃບຢັ້ງຢືນການເຂົ້າຮ່ວມສຳມະນາໃຫ້ແກ່ໂຮງງານຍີ່ປຸ່ນທັງໝົດໃນ ຂພສປຍ ເພື່ອເປັນຫຼັກຖານທີ່ສະແດງໃຫ້ເຫັນເຖິງການປະຕິບັດຕາມລະບຽບການ ແລະ ການເຂົ້າຮ່ວມ.