ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ການກວດກາ ແລະ ສໍາມະນາ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ

ການກວດກາ ແລະ ສໍາມະນາ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ


ໃນຄັ້ງວັນທີ 15-16 ກໍລະກົດ 2024, ພະແນກ ສະກັດກ້ານ ແລະ ຕ້ານອັກຄີໄພ ແຂວງຈໍາປາສັກ ໄດ້ເຂົ້າມາກວດກາລະບົບສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ອຸປະກອນປ້ອງກັນອັກຄີໄພອື່ນໆ ຂອງບັນດາບໍລິສັດຍີ່ປຸ່ນ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ.
ຫຼັງຈາກນັ້ນ, ວັນທີ 17 ກໍລະກົດ 2024, ພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງຈໍາປາສັກ ກໍ່ໄດ້ຈັດສໍາມະນາກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ບັນດາພະນັກງານ ແລະ ແຮງງານ ທີ່ຖືກຄັດເລືອກມາຈາກ ແຕ່ລະບໍລິສັດຍີ່ປຸ່ນ ຢູ່ທີຫ້ອງປະຊຸມຂອງ ຂພສ ປາກເຊ-ຍີ່ປຸ່ນ.
ການສໍາມະນາຄັ້ງນີ້, ບັນດານັກສໍາມະນາກອນໄດ້ຮຽນຮູ້ກ່ຽວກັບວິທີການນໍາໃຊ້ບັ້ງດັບໄພ ແລະ ອຸປະກອນປ້ອງກັນອັກຄີໄພອື່ນໆ ເພື່ອປ້ອງກັນຊັບຊິນຂອງບໍລິສັດ ແລະ ຮັບປະກັນໃຫ້ບັນດາບໍລິສັດຍີ່ປຸ່ນ ທີ່ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ສາມາດດໍາເນີນທຸລະກິດໄດ້ຢ່າງລັບລື່ນ ໂດຍປາສະຈາກຄວາມເສຍຫາຍຈາກເຫດອັກຄີໄພ ໃນອະນາຄົດ.
ສຸດທ້າຍ, ພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ອອກໃບຢັ້ງຢືນກ່ຽວການກວດກາ ແລະ ສໍາມະນາ ໃຫ້ແກ່ບັນດາບໍລິສັດຍີ່ປຸ່ນ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ໄວ້ເພື່ອເປັນຫຼັກຖານ.