ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ວັນທີ 14 ພະຈິກ 2022, ຄະນະຜູ້ແທນຈາກພະລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ອົງການ JETRO ໄດ້ຈັດຂື້ນ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາບໍລິສັດຜະລິດຈາກປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ.

ວັນທີ 14 ພະຈິກ 2022, ຄະນະຜູ້ແທນຈາກພະລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ອົງການ JETRO ໄດ້ຈັດຂື້ນ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາບໍລິສັດຜະລິດຈາກປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ.

ຄະນະຜູ້ແທນຈາກພາລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ຈັດຂື້ນໂດຍອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ເພື່ອແນໃສ່ບັນດາຜູ້ຜະລິດຍີ່ປຸ່ນ ໄດ້ເດີນທາງເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ), ເຂດເສດຖະກິດພິເສດ ສະຫວັນ-ເຊໂນ, ເຂດພັດທະນາກວມລວມໄຊເສດຖາ ແລະ ເຂດໂລຈິດສຕິກນະຄອນຫຼວງວຽງຈັນພາກ ໃນລະຫວ່າງ ວັນທີ 14 ພະຈິກ 2022 ຫາ 18 ພະຈິກ 2022.

ວັນທີ 14 ພະຈິກ 2022, ຄະນະຜູ້ແທນດັ່ງກ່າວໄດ້ເຂົ້າຢ້ຽມຂ່ຳນັບທ່ານເຈົ້າແຂວງ ແຂວງຈໍາປາສັກ ໃນຕອນເຊົ້າ ແລະ ໄດ້ເຂົ້າມາຢ້ຽມຢາມ ຂພສປຍ ໃນຕອນບ່າຍ.

ທ່ານ Mochizuki, ຜູ້ອໍານວຍການໃຫຍ່ ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ລາຍງານໃຫ້ຜູ້ເຂົ້າຮ່ວມຟັງກ່ຽວກັບສະພາບປະຈຸບັນຂອງ ຂພສປຍ ແລະ ຜະລິດຕະພັນທີ່ຜະລິດໂດຍບັນດາບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດ ຢູ່ໃນ ຂພສປຍ.

ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ All Japan Budogu Lao ຈໍາກັດ ທີ່ຜະລິດຊຸດກິລາເຄນໂດ, ບໍລິສັດ Leonka World Lao ຈໍາກັດ ທີ່ຜະລິດວິກຜົມ ແລະ ບໍລິສັດ Daiwa Harness Lao ຈໍາກັດ ທີ່ຜະລິດສາຍໄປລົດຍົນ ຢູ່ໃນ ຂພສປຍ ຕື່ມອີກ.