ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ພາລະກິດທຸລະກິດກະສິກໍາລາວ ທີ່ຈັດຂື້ນໂດຍອົງການ JETRO ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ເອັສເອັມອີ

ພາລະກິດທຸລະກິດກະສິກໍາລາວ ທີ່ຈັດຂື້ນໂດຍອົງການ JETRO ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ເອັສເອັມອີ

ໃນລະຫວ່າງວັນທີ 27 ກຸມພາ ຫາ ວັນທີ 01 ມີນາ 2024, ອົງການການຄ້າຕ່າງປະເທດຍີ່ປຸ່ນ (JETRO) ໄດ້ເປັນເຈົ້າພາບຈັດພາລະກິດການດຳເນີນທຸລະກິດດ້ານກະສິກຳເຂົ້າມາໃນ ສປປ ລາວ. ຜູ້ເຂົ້າຮ່ວມໄດ້ໄປຢ້ຽມຢາມພາກເໜືອ ແລະ ພາກໃຕ້ຂອງລາວ ເພື່ອແນໃສ່ການຢ້ຽມຢາມບັນດາສວນກະສິກໍາ ແລະ ຕະຫຼາດຕ່າງໆ ຢູ່ໃນ ສປປ ລາວ, ແລກປ່ຽນຄວາມຄິດເຫັນຮ່ວມກັບບັນດາບໍລິສັດຕ່າງໆ ທີ່ກ່ຽວຂ້ອງກັບທຸລະກິດກະສິກໍາ ແລະ ການກະສິກໍາ, ເກັບກໍາຂໍ້ມູນ, ການສ້າງເຄືອຂ່າຍທຸລະກິດ. ວັນທີ 01 ມີນາ 2024, ເຊິ່ງເປັນມື້ສຸດທ້າຍຂອງພາລະກິດດັ່ງກ່າວ ຈຶ່ງໄດ້ເດີນທາງເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ). ໜຶ່ງໃນຮູບແບບທຸລະກິດຂອງ ຂພສປຍ ແມ່ນການຮ່ວມມືກັບພາກທຸລະກິດກະສິກໍາ ເພື່ອສ້າງຜະລິດຕະພັນກະສິກໍາທີ່ເພາະປູກຢູ່ທາງພາກໃຕ້ຂອງລາວ ໂດຍນໍາເຂົ້າມາປຸງແຕ່ງຢູ່ໃນ ຂພສປຍ ແລະສົ່ງອອກ ໂດຍນໍາໃຊ້ສິດທິພິເສດຕ່າງໆຂອງເຂດເສດຖະກິດພິເສດ. ໃນລະຫວ່າງການຢ້ຽມຢາມ ຂພສປຍ, ຜູ້ເຂົ້າຮ່ວມໄດ້ຮັບຟັງຂໍ້ມູນໂດຍຫຍໍ້ຂອງ ຂພສປຍ, ມີການຖາມ-ຕອບໃນທີ່ປະຊຸມ ແລະໄດ້ເຂົ້າໄປຢ້ຽມຊົມໂຮງງານປຸ່ງແຕ່ງຈໍານວນຫນຶ່ງ ທີ່ກ່ຽວຂ້ອງກັບທຸລະກິດກະສິກໍາ. ພ້ອມດຽວກັນນັ້ນ, ພວກເຂົາກໍ່ໄດ້ສໍາພັດເຖິງສະພາບການດໍາເນີນທຸລະກິດທີ່ກ່ຽວຂ້ອງກັບກະສິກໍາ ຢູ່ໃນ ສປປ ລາວ. ພາລະກິດຄັ້ງນີ້ ຈະນໍາໄປສູ່ການລົງທຶນຢູ່ໃນ ສປປ ລາວ ໃນອະນາຄົດ, ການຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ລວມທັງການພັດທະນາການຄ້າຮ່ວມກັບ ບັນດາບໍລິສັດຕ່າງໆຢູ່ໃນ ສປປ ລາວ ໃນຕໍ່ໜ້າ.