ຂໍ້ມູນການສະໝັກງານ

ພິທີເປີດນໍາໃຊ້ຫໍສຽນພຣະພຸດທະຮູບ ທີ່ວັດທາດ

ວັນທີ 05 ທັນວາ 2025, ສະຖານກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ເມືອງ ນາໂກຢາ ແລະ ແຂວງຈຳປາສັກ ໄດ້ຈັດພິທີມອບຮັບ ແລະ ເປີດນໍາໃຊ້ຫໍສຽນພຣະພຸດທະຮູບ “ຫໍສຽນພຣະ ລາວ-ຍີ່ປຸ່ນ ຫຼື Lao-Nichi An” ເພື່ອປະດິດສະຖານສຽນພຣະພຸດທະຮູບທີ່ປະຊາຊົນຍີ່ປຸ່ນ ໄດ້ສົ່ງກັບຄືນມາລາວ ຢູ່ທີ່ວັດທາດ, ບ້ານວັດທາດ, ເມືອງຈໍາປາສັກ, ແຂວງຈຳປາສັກ. ຊາວຍີ່ປຸ່ນຄົນໜຶ່ງ ທີ່ອາໄສຢູ່ໃນເມືອງນາໂກຢາ ໄດ້ຊື້ສຽນພຣະພຸດທະຮູບອົງນີ້ ຈາກພໍ່ຄ້າຂອງວັດຖຸບູຮານໃນປະເທດໄທ ແລະ ຜ່ານການສຶບຄົ້ນຫາຂໍ້ມູນອັນລະອຽດຂອງສຽນພະດັ່ງກ່າວຕໍ່ມາພົບວ່າ ສຽນພຣະອົງນີ້ ມີຕົ້ນກຳເນີດມາຈາກວັດພູ ທີ່ເປັນມໍລະດົກໂລກຂອງອົງການ UNESCO, ຄົນຍີ່ປຸ່ນທີ່ເປັນເຈົ້າຂອງ ຈຶ່ງມີຄວາມປະສົງຢາກສົ່ງຄືນສຽນພຣະດັ່ງກ່າວໃຫ້ກັບປະເທດລາວ. ພິທີດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຢາຊຶຢຶກິ ໂອຮາຣະ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາເມືອງນາໂກຢາ, ທ່ານ ຊຶໂຕະມຶ ໂຄອິຊຶມິ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ປອ. ອະລຸນໄຊ ສູນນະລາດ ເລຂາພັກແຂວງຈຳປາສັກ, ທ່ານ ປອ. ສຸກສະຫວັນ ວິໄລວົງ ປະທານຄະນະກໍາມະການປົກຄອງແຂວງ...

ບໍລິສັດ LGH ໄດ້ເລີ່ມກໍ່ສ້າງໂຮງງານຂົ້ວກາເຟດ້ວຍໄຮໂດຣເຈນໃນ ຂພສປຍ

ໃນວັນທີ 28 ພະຈິກ 2025, ບໍລິສັດ ລາວ ໄຮໂດຣເຈັນ ສະອາດ ຈຳກັດ (LGH) ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງໂຮງງານຂົ້ວກາເຟດ້ວຍໄຮໂດຣເຈນຂຶ້ນຢ່າງເປັນທາງການ ໃນເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ (ຂພສປຍ), ບ້ານ ຫຼັກ19, ເມືອງປະທຸມພອນ, ແຂວງຈຳປາສັກ. ການກໍ່ສ້າງໂຮງງານຂົ້ວກາເຟດ້ວຍໄຮໂດຣເຈນຂອງ LGH ຄາດວ່າຈະສຳເລັດພາຍໃນ 1.5 ປີ ນັບແຕ່ເດືອນທັນວາ 2025 ຫາເດືອນເມສາ 2027. ໃນພິທີດັ່ງກ່າວມີຜູ້ຕ່າງໜ້າຈາກຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດແຂວງຈຳປາສັກ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກວັດທະນະທຳ ແລະ ທ່ອງທ່ຽວ, ຄະນະກຳມະການບໍລິຫານເມືອງປະທຸມພອນ, ແລະ ບ້ານ ຫຼັກ19, ພ້ອມທັງຜູ້ຕ່າງໜ້າຈາກ LGH, ຜູ້ຮັບເໝົາ EPC ແລະ ບໍລິສັດຍີ່ປຸ່ນຈຳນວນໜຶ່ງໃນ ຂພສປຍ ແລະ ບໍລິສັດທ້ອງຖິ່ນອື່ນໆທີ່ກ່ຽວຂ້ອງກັບໂຄງການນີ້ ເຂົ້າຮ່ວມງານ. ໃນການກ່າວເປີດງານຂອງທ່ານ Ryutaro Nishio, ປະທານບໍລິສັດ LGH ໃນລະຫວ່າງພິທີເປີດ ໄດ້ເນັ້ນຢ້ຳເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການສົ່ງເສີມນະວັດຕະກຳສີຂຽວ ແລະ ການພັດທະນາອຸດສາຫະກຳທີ່ເປັນມິດຕໍ່ກັບສິ່ງແວດລ້ອມ. ບໍລິສັດມີເປົ້າໝາຍທີ່ຈະນຳສະເໜີຮູບແບບໃໝ່ຂອງການຜະລິດພະລັງງານສະອາດ ໂດຍການນຳໃຊ້ເຕັກໂນໂລຊີໄຮໂດຣເຈັນສີຂຽວ ເພື່ອຂົ້ວເມັດກາເຟທີ່ມີຄຸນນະພາບສູງ, ເຊິ່ງຖືເປັນບາດກ້າວທີ່ສຳຄັນໄປສູ່ການປະຕິບັດອຸດສາຫະກຳທີ່ເປັນມິດຕໍ່ກັບສິ່ງແວດລ້ອມໃນ ຂພສປຍ. ພາຍຫຼັງຈາກພິທີຕັດໂບ, ແຂກທີ່ເຂົ້າຮ່ວມທັງໝົດໄດ້ໄປຢ້ຽມຊົມໂຮງງານຕົ້ນແບບຂົ້ວກາເຟດ້ວຍໄຮໂດຣເຈັນທີ່ໂຮງງານໃຫ້ເຊົ່າໃນ ຂພສປຍ ເຊິ່ງໄດ້ກໍ່ສ້າງສຳເລັດໃນເດືອນທີ່ຜ່ານມາ,...

ຂພສປຍ ມອບເງິນ 50,000,000 ກີບ ສະໜັບສະໜູນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ 9 ທີ່ຈະຈັດຂື້ນພາຍໃນເດືອນ ກັນຍາ 2025

ໃນວັນທີ 12 ກັນຍາ 2025, ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ໄດ້ມອບເງິນຈໍານວນ 50,000,000 ກີບ ໃຫ້ແຂວງຈໍາປາສັກ ເພື່ອສະໜັບສະໜູນການກະກຽມຈັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງທີ 9 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍາ 2025. ໃນລະຫວ່າງພິທີມອບຮັບເງິນປະກອບສ່ວນຊຸກຍູ້ກອງປະຊຸມ, ທ່ານ Mochizuki ຜູ້ອໍານວຍການໃຫຍ່ຂອງ ຂພສປຍ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການດໍາເນີນທຸລະກິດປະຈຸບັນໃນ ຂພສປຍ ແລະ ໄດ້ສັງລວມແຜນການໃນອະນາຄົດ ເພື່ອດຶງດູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດເພີ່ມຕື່ມ. ທ່ານ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການສະໜັບສະໜຸນ ແລະ ປະກອບສ່ວນຂອງ ຂພສປຍ ແລະ ໄດ້ກ່າວຕື່ມອີກວ່າ ທາງລັດຖະບານຂັ້ນແຂວງ ແມ່ນກຳລັງເຮັດວຽກໃນການພັດທະນາກົນໄກການລົງທຶນໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ ພ້ອມທັງປັບປຸງສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ. ການປະກອບສ່ວນດັ່ງກ່າວນີ້ ແມ່ນເປັນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ ຂພສປຍ ໃນການສະໜັບສະໜຸນການພັດທະນາຂອງແຂວງຈໍາປາສັກ ແລະ ສົ່ງເສີມຄວາມຮ່ວມມືທີ່ແໜ້ນແຟ້ນຍິ່ງຂຶ້ນກັບອຳນາດການປົກຄອງທ້ອງຖິ່ນ ແລະ ລັດຖະບານລາວ. ໃນຕອນທ້າຍ, ທ່ານເຈົ້າແຂວງໄດ້ໃຫ້ຄຳໝັ້ນສັນຍາວ່າ ທາງແຂວງຈຳປາສັກ ແລະ ລັດຖະບານຂັ້ນສູນກາງຂອງ ສປປ ລາວ ແມ່ນຈະສືບຕໍ່ໃຫ້ການສະໜັບສະໜູນການພັດທະນາ ແລະ ການດຳເນີນກິດຈະການຂອງ ຂພສປຍ...

ການລົງເຄື່ອນໄຫວກວດກາດ້ານສຸຂະນາໄມ ແລະ ສຸຂະພາບແຮງງານຂອງບັນດາໂຮງງານຢູ່ໃນ ຂພສປຍ

ໃນຄັ້ງວັນທີ 05 ກັນຍາ 2025, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຈຳປາສັກ (ຄຂສພ) ຮ່ວມກັບພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ແຂວງຈຳປາສັກ ໄດ້ເຂົ້າມາເຄື່ອນໄຫວກວດກາວຽກງານດ້ານສຸຂະນາໄມ ແລະ ສຸຂະພາບແຮງງານຂອງບັນດາໂຮງງານທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ). ກ່ອນການລົງກວດກາແຕ່ລະໂຮງງານ, ໄດ້ມີການຈັດສໍາມະນາທີ່ຫ້ອງປະຊຸມຂອງ ຂພສປຍ. ໃນການສໍາມະນາຄັ້ງນີ້, ຜູ້ເຂົ້າຮ່ວມຈາກແຕ່ລະໂຮງງານໄດ້ຮຽນຮູ້ກ່ຽວກັບພະຍາດຕ່າງໆທີ່ມັກເກີດຂຶ້ນໃນຊ່ວງລະດູຝົນ, ໂດຍສະເພາະ ແມ່ນໄຂ້ມາລາເຣຍ, ໄຂ້ເລືອດອອກ ເຊິ່ງແຜ່ກະຈາຍເຊື້ອໂດຍຍຸງ. ນອກຈາກນີ້, ທາງພະແນກສາທາລະນະສຸກ ຍັງໄດ້ໃຫ້ຄໍາແນະນໍາກ່ຽວກັບການປ້ອງກັນ ແລະ ມາດຕະການໃນການຄວບຄຸມ ລວມທັງການອະທິບາຍໂດຍລວມກ່ຽວກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບແຮງງານ, ສຸຂະນາໄມ ແລະ ສຸຂະພາບ. ແນວຄວາມຄິດລິເລີ່ມດັ່ງກ່າວນີ້ ແມ່ນມີຈຸດປະສົງເພື່ອຮັບປະກັນຄວາມປອດໄພ ແລະ ສຸຂະພາບຂອງແຮງງານທັງພາຍໃນ ແລະ ຕ່າງປະເທດ ລວມທັງການປ້ອງກັນການລະບາດຂອງພະຍາດທີ່ອາດຈະເກີດຂຶ້ນ, ໂດຍສະເພາະໃນຊ່ວງລະດູຝົນ ເຊິ່ງໄດ້ມີການຕິດຕາມ ແລະ ເຝົ້າລະວັງຢູ່ສະໝ່ຳສະເໝີ ເພື່ອຮັກສາສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ ແລະ ຖືກຫຼັກສຸຂະນາໄມ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ. ຄຂສພ ໄດ້ມີການຊຸກຍູ້ໃຫ້ທຸກບໍລິສັດ ແລະ ໂຮງງານ ໃຫ້ຄວາມຮ່ວມມືຢ່າງເຕັມທີ່ ແລະ ມີສ່ວນຮ່ວມຢ່າງຫ້າວຫັນໃນການຮັກສາສຸຂະນາໄມໃນສະຖານທີ່ເຮັດວຽກ ແລະ ການຈັດຕັ້ງປະຕິບັດມາດຕະການດ້ານສຸຂະພາບທີ່ຈຳເປັນຕ່າງໆ....

ການກວດກາ ແລະ ສໍາມະນາ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ

ໃນລະຫວ່າງວັນທີ 22-23 ກໍລະກົດ 2025, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງຈຳປາສັກ ຮ່ວມກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ ໄດ້ດຳເນີນການກວດສອບລະບົບປ້ອງກັນອັກຄີໄຟ ແລະ ອຸປະກອນຄວາມປອດໄພຕ່າງໆຢ່າງລະອຽດຢູ່ໃນໂຮງງານ, ສາງເກັບມ້ຽນສິນຄ້າ, ຫ້ອງການ ແລະ ສະຖານທີ່ອື່ນໆພາຍໃນ ຂພສປຍ. ການກວດສອບຄວາມປອດໄພດ້ານອັກຄີໄພແມ່ນຈະດຳເນີນການເປັນປະຈຳທຸກໆປີໃນຊ່ວງເວລາດັ່ງກ່າວ, ແຕ່ໃນປີນີ້ໄດ້ມີການກວດສອບໂຮງງານຍີ່ປຸ່ນທັງໝົດ 13 ໂຮງງານ ໂດຍໄດ້ເນັ້ນໃສ່ການກວດກາອຸປະກອນຕ່າງໆ ເຊັ່ນ: ລະບົບສັນຍານເຕືອນໄພ, ຖັງດັບເພີງ (ເພື່ອກວດສອບການໃຊ້ງານ) ແລະ ທາງອອກສຸກເສີນ. ໂຮງງານຍີ່ປຸ່ນທັງໝົດແມ່ນຜ່ານການກວດສອບ ແຕ່ວ່າມີບາງໂຮງງານແມ່ນໄດ້ຮັບຄຳແນະນຳສະເພາະຈາກທາງຄະນະຜູ້ກວດສອບ ເຊັ່ນວ່າ ການເພີ່ມຈຳນວນບັ້ງດັບເພີງ, ການຕິດຕັ້ງໄວ້ໃນຈຸດທີ່ເໝາະສົມ ແລະ ການປ່ຽນແທນອຸປະກອນເກົ່າທີ່ໃຊ້ການບໍ່ໄດ້. ໃນວັນທີ 24 ກໍລະກົດ 2025 ໄດ້ມີການຈັດສຳມະນາກ່ຽວກັບກວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຂຶ້ນທີ່ຫ້ອງປະຊຸມຂອງຫ້ອງການບໍລິຫານ ຂພສປຍ ໂດຍມີພະນັກງານທີ່ຖືກຄັດເລືອກຈາກແຕ່ລະໂຮງງານຍີ່ປຸ່ນເຂົ້າຮ່ວມການຝຶກອົບຮົມການປະຕິບັດກ່ຽວກັບການໃຊ້ຖັງດັບເພີງ ແລະ ອຸປະກອນຄວາມປອດໄພພື້ນຖານອື່ນໆ ຢ່າງຖືກ. ຈຸດປະສົງຂອງການສຳມະນາແມ່ນເພື່ອເສີມສ້າງຄວາມຮູ້ດ້ານຄວາມປອດໄພຈາກອັກຄີໄພ, ປົກປ້ອງຊັບສິນຂອງບໍລິສັດ ແລະ ເພື່ອໃຫ້ການດຳເນີທຸລະກິດເປັນໄປຢ່າງລາບລຶ້ນ ແລະ ຕໍ່ເນື່ອງ. ໃນຕອນທ້າຍຂອງການຝຶກອົບຮົມ, ທາງພະແນກສະກັດກັ້ນ ແລະ ຕ້ານອັກຄີໄພແຂວງຈຳປາສັກໄດ້ອອກໃບຢັ້ງຢືນການກວດກາ ແລະ ໃບຢັ້ງຢືນການເຂົ້າຮ່ວມສຳມະນາໃຫ້ແກ່ໂຮງງານຍີ່ປຸ່ນທັງໝົດໃນ ຂພສປຍ ເພື່ອເປັນຫຼັກຖານທີ່ສະແດງໃຫ້ເຫັນເຖິງການປະຕິບັດຕາມລະບຽບການ ແລະ ການເຂົ້າຮ່ວມ.

ພະນະ ທ່ານ ເອກອັກຄະລັດຖະທູດ ຊູເດສ ມາເນຍ ຢ້ຽມຢາມ ຂພສປຍ

ໃນວັນທີ 12 ພຶດສະພາ 2025, ບໍລິສັດພັດທະນາ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈຳກັດ (ຂພສປຍ) ໄດ້ຮັບກຽດຕ້ອນຮັບ ພະນະ ທ່ານ ຊູເດສ ມາເນຍ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນການຢ້ຽມຢາມຢ່າງເປັນທາງການທີ່ ຂພສປຍ. ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນດັ່ງກ່າວໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ Toshihiro Mochizuki ຜູ້ອໍານວຍການໃຫຍ່ຮ່ວມ ພ້ອມດ້ວຍພະນັກງານຂອງບໍລິສັດ. ຫຼັງຈາກນັ້ນ, ໄດ້ນໍາພາຄະນະຜູ້ແທນດັ່ງກ່າວເຂົ້າໄປຢ້ຽມຊົມບາງໂຮງງານອຸດສາຫະກໍາຍີ່ປຸ່ນຄື:ໂຮງງານອໍເຈແປນ ແລະ ໂຮງງານຊຶເກະ ຢູ່ໃນ ຂພສປຍ ແລະ ໄດ້ອະທິບາຍກ່ຽວກັບບັນດາສິນຄ້າຜະລິດຕະພັນຂອງບໍລິສັດຍີ່ປຸ່ນ, ຂະບວນການຜະລິດ, ແລະ ການນຳເຂົ້າ/ສົ່ງອອກ. ຂພສປຍ ຂໍສະແດງຄວາມຂອບໃຈຢ່າງຍິ່ງ ຕໍ່ການມາຢ້ຽມຢາມຂອງພະນະທ່ານທູດ ແລະ ຄະນະໃນຄັ້ງນີ້.

ເຈົ້າແຂວງໆຈໍາປາສັກຢ້ຽມຢາມເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ

ໃນວັນທີ 25 ເມສາ 2025, ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍຄະນະການນຳຂອງແຂວງຈາກພະແນກການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ເພື່ອຮັບຟັງຄວາມຄືບໜ້າໃນການພັດທະນາຂອງເຂດ. ຫຼັງຈາກນັ້ນ, ຄະນະການນໍາຂອງແຂວງໄດ້ເຂົ້າໄປຢ້ຽມຊົມໂຮງງານອໍເຈແປນ ແລະ ໂຮງງານຊຶເກະລາວ ທີ່ຕັ້ງຢູ່ໃນ ຂພສປຍ ເຊິ່ງການຢ້ຽມຢາມຂອງຄະນະການນໍາແຂວງຈໍາປາສັກໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ Mochizuki ແລະ ທ່ານ ສົມຄິດ ຄະນະອໍານວຍການຂອງບໍລິສັດ ພ້ອມດ້ວຍພະນັກງານ ແລະ ຜູ້ຕ່າງໜ້າແຕ່ລະໂຮງງານ. ແຂວງຈໍາປາສັກ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສຶບຕໍ່ສະໜັບສະໜູນການພັດທະນາຂອງ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ ໃນຕໍ່ໜ້າ.

ວັນທີ 03 ກັນຍາ 2024, ອົງການ NGO Kaze no kai ຈາກປະເທດຍີ່ປຸ່ນ ແລະ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ)ໄດ້ຮ່ວມກັນຈັດກິດຈະກໍາຢ້ຽມຢາມທັດສະນະສຶກສາໂຮງງານໃຫ້ແກ່ຄະນະນັກຮຽນ ແລະ ຄູອາຈານຈໍານວນ 50 ທ່ານ ທີ່ມາຈາກໂຮງຮຽນປະຖົມນໍ້າໃສທາ ເຊິ່ງຕັ້ງຢູ່ໃກ້ກັບເຂດ.

ວັນທີ 03 ກັນຍາ 2024, ອົງການ NGO Kaze no kai ຈາກປະເທດຍີ່ປຸ່ນ ແລະ ຂພສປຍ ໄດ້ຮ່ວມກັນຈັດກິດຈະກໍາຢ້ຽມຢາມທັດສະນະສຶກສາໂຮງງານ ໃຫ້ແກ່ຄະນະນັກຮຽນ ແລະ ຄູອາຈານຈໍານວນ 50 ທ່ານ ທີ່ມາຈາກໂຮງຮຽນປະຖົມນໍ້າໃສທາ. ກ່ອນອື່ນ ບໍລິສັດ ພັດທະນາເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ອະທິບາຍຈໍານວນບໍລິສັດທີ່ລົງທຶນຢູ່ໃນ ຂພສປຍ ແລະ ຜະລິດຕະພັນທີ່ບັນດາບໍລິສັດຜະລິດ ແລະ ສົ່ງອອກ ໃຫ້ແກ່ຄະນະນັກຮຽນ ແລະ ຄູອາຈານ ເພື່ອຮັບຟັງ. ຫຼັງຈາກນັ້ນ, ຄະນະນັກຮຽນ ແລະ ຄູອາຈານດັ່ງກ່າວ ກໍ່ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ Tsuge Lao ຈໍາກັດ ທີ່ຜະລິດຢາສູບ, ບໍລິສັດ Power (Pakse) ຈໍາກັດ ທີ່ຜະລິດເຄື່ອງນຸ່ງເດັກນ້ອຍ, ບໍລິສັດ Takane Electronic Lao ຈໍາກັດ ທີ່ຜະລິດສາຍໄຟໃນປຣີນເຕີ ແລະ ບໍລິສັດ Leonka World Lao ຈໍາກັດ ທີ່ຜະລິດວິກຜົມ ຢູ່ໃນ ຂພສປຍ ຕື່ມອີກ. ຄະນະນັກຮຽນ...

ວັນທີ 28 ສິງຫາ 2024, ອົງການ JETRO ໄດ້ນໍາພາຄະນະຜູ້ແທນຈາກພາລະກິດການລົງທຶນດ້ານການຜະລິດຂອງລາວ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາບໍລິສັດຜະລິດຈາກປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ.

ຄະນະຜູ້ແທນຈາກພາລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ຈັດຂື້ນໂດຍອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ເພື່ອແນໃສ່ບັນດາຜູ້ຜະລິດຍີ່ປຸ່ນ ໄດ້ເດີນທາງເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ)ໃນຄັ້ງວັນທີ 28 ສິງຫາ 2024. ທ່ານ Mochizuki, ຜູ້ອໍານວຍການໃຫຍ່ ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ລາຍງານໃຫ້ຜູ້ເຂົ້າຮ່ວມຟັງກ່ຽວກັບສະພາບປະຈຸບັນຂອງ ຂພສປຍ ແລະ ຜະລິດຕະພັນທີ່ຜະລິດໂດຍບັນດາບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດ ຢູ່ໃນ ຂພສປຍ. ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ ຊຶເກະລາວ ຈໍາກັດ ທີ່ຜະລິດຢາສູບ ແລະບໍລິສັດ Leonka World Lao ຈໍາກັດ ທີ່ຜະລິດວິກຜົມ ຢູ່ໃນ ຂພສປຍ ຕື່ມອີກ.

ການກວດກາ ແລະ ສໍາມະນາ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ

ໃນຄັ້ງວັນທີ 15-16 ກໍລະກົດ 2024, ພະແນກ ສະກັດກ້ານ ແລະ ຕ້ານອັກຄີໄພ ແຂວງຈໍາປາສັກ ໄດ້ເຂົ້າມາກວດກາລະບົບສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ອຸປະກອນປ້ອງກັນອັກຄີໄພອື່ນໆ ຂອງບັນດາບໍລິສັດຍີ່ປຸ່ນ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ. ຫຼັງຈາກນັ້ນ, ວັນທີ 17 ກໍລະກົດ 2024, ພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງຈໍາປາສັກ ກໍ່ໄດ້ຈັດສໍາມະນາກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ບັນດາພະນັກງານ ແລະ ແຮງງານ ທີ່ຖືກຄັດເລືອກມາຈາກ ແຕ່ລະບໍລິສັດຍີ່ປຸ່ນ ຢູ່ທີຫ້ອງປະຊຸມຂອງ ຂພສ ປາກເຊ-ຍີ່ປຸ່ນ. ການສໍາມະນາຄັ້ງນີ້, ບັນດານັກສໍາມະນາກອນໄດ້ຮຽນຮູ້ກ່ຽວກັບວິທີການນໍາໃຊ້ບັ້ງດັບໄພ ແລະ ອຸປະກອນປ້ອງກັນອັກຄີໄພອື່ນໆ ເພື່ອປ້ອງກັນຊັບຊິນຂອງບໍລິສັດ ແລະ ຮັບປະກັນໃຫ້ບັນດາບໍລິສັດຍີ່ປຸ່ນ ທີ່ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ສາມາດດໍາເນີນທຸລະກິດໄດ້ຢ່າງລັບລື່ນ ໂດຍປາສະຈາກຄວາມເສຍຫາຍຈາກເຫດອັກຄີໄພ ໃນອະນາຄົດ. ສຸດທ້າຍ, ພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ອອກໃບຢັ້ງຢືນກ່ຽວການກວດກາ ແລະ ສໍາມະນາ ໃຫ້ແກ່ບັນດາບໍລິສັດຍີ່ປຸ່ນ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ໄວ້ເພື່ອເປັນຫຼັກຖານ.

Next Blog