ຂໍ້ມູນການສະໝັກງານ

ພິທີເປີດໂຮງງານ ຊຶເກະລາວ ໃນຄັ້ງວັນທີ 23 ສິງຫາ 2022

ວັນທີ 23 ສິງຫາ 2022, ບໍລິສັດ ຊຶເກະລາວ ຈໍາກັດ ໄດ້ຈັດພິທີເປີດໂຮງງານຜະລິດຢາສູບ ແລະ ອຸປະກອນສູບຢາ ຂື້ນຢູ່ທີ່ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ເຂດPJSEZ) ເຊິ່ງໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມ ບຸດຕະກູນ, ຮອງເຈົ້າແຂວງ ແຂວງຈໍາປາສັກ, ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາສປປ ລາວ, ທ່ານ ຊຶເຊະ, ປະທານບໍລິສັດ ຊຶເກະພ້າຍ ຈໍາກັດ ທີ່ເປັນບໍລິສັດແມ່ຢູ່ຍີ່ປຸ່ນ, ທ່ານ ມິຊຸ່ຍ, ປະທານ ບໍລິສັດ ຊຶເກະລາວ ຈໍາກັດ, ພາກສ່ວນທີ່ກ່ຽວຂ້ອງອື່ນໆພາຍໃນແຂວງ, ບັນດານັກທຸລະກິດຍີ່ປຸ່ນທີ່ພວມດໍາເນີນທຸລະກິດຢູ່ໃນເຂດPJSEZ ແລະ ພາກໃຕ້ຂອງລາວ. ທາງໂຮງງານຊຶເກະ ແມ່ນໄດ້ດໍາເນີນການຜະລິດນັບແຕ່ເດືອນ ມັງກອນ 2021 ເປັນຕົ້ນມາແລ້ວ ແຕ່ເນື່ອງຈາກ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ການກະກຽມຈັດພິທີເປີດໂຮງງານ ຈຶ່ງຖຶກເລື່ອນອອກໄປ ແລະ ພິທີດັ່ງກ່າວຈຶ່ງຖຶກຈັດຂື້ນໃນມື້ນີ້. ໃນໂອກາດນີ້, ທ່ານ ສົມ ບຸດຕະກູນ ຮອງເຈົ້າແຂວງ ແຂວງຈໍາປາສັກ ແລະ ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ...

ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ໄດ້ຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ ສາຂາປາກເຊ ແລະ ແຂວງ ຈໍາປາສັກ.

ວັນທີ 19 ມັງກອນ 2022, ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ຄັ້ງທີ 1 ໄດ້ຖືກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ ສາຂາປາກເຊ (ສຄອຍປລ) ແລະ ແຂວງ ຈໍາປາສັກ. ວາລະກອງປະຊຸມປະກອບມີ ການຄ້າ/ການຂົນສົ່ງ ແລະ ການບໍລິການປະຕູດຽວ, ການສົນທະນາປຶກສາຫາລືໄດ້ດຳເນີນດ້ວຍຮູບການຕັ້ງຄຳຖາມ ແລະ ຂໍ້ສະເໜີ ຈາກບັນດາບໍລິສັດຍີ່ປຸ່ນ ແລ້ວຊີ້ແຈງຄຳຕອບຈາກພະແນກການທີ່ຮັບຜິດຊອບຂອງແຂວງຈຳປາສັກ. ການແກ້ໄຂບາງປະເດັນເຫັນວ່າໄດ້ຜ່ານການສົນທະນາປຶກສາຫາລື ແລະ ຄາດຫວັງວ່າສະພາບແວດລ້ອມໃນການດຳເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນຢູ່ໃນແຂວງຈຳປາສັກຈະຮັບການປັບປຸ່ງໃຫ້ດີຂຶ້ນເທື່ອລະກ້າວໃນຕໍ່ໜ້າ. ກອງປະຊຸມປຶກສາຫາລືຄັັ້ງນີ້ ແມ່ນເປັນປະທານຮ່ວມໂດຍ ພະນະ ທ່ານ ໂຄບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ປອ. ວິໄລວົງ ເຈົ້າແຂວງ ແຂວງຈຳປາສັກ. ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນຄັ້ງນີ້ ແມ່ນໄດ້ຮັບຜົນສໍາເລັດ ພາຍໃຕ້ການຮ່ວມມືຂອງສະຖານທູດຍີ່ປຸ່ນ ປະຈໍາລາວ, ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ, ອົງການເຈັດໂຕຣ, ອົງການໄຈກ້າ ແລະ ແຂວງຈໍາປາສັກ.  

ການລົງເຄື່ອນໄຫວຢ້ຽມຢາມຂອງພະນະທ່ານ ທູດ ໂຄບາຢາຊິ, ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ

ວັນທີ 19 ມັງກອນ 2022, ພະນະ ທ່ານ ທູດ ໂຄບາຢາຊິ ຈາກສະຖານທູດຍີ່ປຸ່ນ ປະຈໍາສປປ ລາວ ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ໃນວັນທີ 19 ມັງກອນ 2022. ພ້ອມດຽວກັນນັ້ນ, ທ່ານ ທູດ ກໍ່ໄດ້ລົງຢ້ຽມຢາມໂຮງງານອໍເຈແປນ ບຸໂດງຸລາວ, ໂຮງງານ ຊຶເກະລາວ ແລະ ໂຮງງານ ຊັງໂກລາວ ແລະ ພ້ອມທັງຮັບຟັັງການລາຍງານກ່ຽວກັບສະຖານະການຂອງຂະບວນການຜະລິດ, ການຜະລິດ ແລະ ອື່ນໆ ຈາກແຕ່ລະບໍລິສັດຍີ່ປຸນ ຕື່ມອິກ.

ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາ ລາວ ໄດ້ສົ່ງຂໍ້ສະເໜີກ່ຽວກັບການອອກວິຊາ ແລະ ຂັ້ນຕອນການນໍາເຂົ້າ/ສົ່ງອອກຫາເຈົ້າແຂວງ ແຂວງ ຈໍາປາສັກ

ວັນທີ 14 ທັນວາ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງພະນະ ທ່ານ Takewaka ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາສປປລາວ, ສາຂາປາກເຊ ໄດ້ສົ່ງຂໍ້ສະເໜີຫາເຈົ້າແຂວງ ແຂວງຈໍາປາສັກ ເພື່ອຊີ້ແຈງກ່ຽວກັບຂັ້ນຕອນການຂໍວິຊາ (VISA)ໃຫ້ແກ່ວິຊາການຄົນຕ່າງປະເທດ ແລະ ປັບປຸ່ງຂັ້ນຕອນການນໍາເຂົ້າ ແລະ ສົ່ງອອກ. ກິດຈະການຂອງສາຂາປາກເຊ ແມ່ນເພື່ອສືບຕໍ່ປັບປຸ່ງສະພາບແວດລ້ອມໃນການດໍາເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນ ຢູ່ທາງພາກໃຕ້ຂອງສປປ ລາວ.  

ການຢ້ຽມຢາມ ຂພສ ປາກເຊ-ຍີ່ປຸນ ຂອງ ພະນະ ທ່ານ Takewaka, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ລາວ

ວັນທີ 14 ທັນວາ 2020, ພະນະ ທ່ານ Takewaka, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ເຊິ່ງທ່ານທູດ ໄດ້ເຂົ້າຊົມບາງບໍລິສັດຍີ່ປຸ່ນທີ່ພວມດໍາເນີນທຸລະກິດຢູ່ໃນເຂດ ເປັນຕົ້ນແມ່ນ ບໍລິສັດ ອໍເຈແປນ, ບໍລິສັດ ພາວເວີ (ປາກເຊ), ບໍລິສັດ ຊັງໂກລາວ ທີ່ພວມດໍາເນີນກິດຈະການຢູ່ໃນເຂດ ແລະ ທ່ານກໍ່ໄດ້ຮັບຟັງການອະທິບາຍກ່ຽວກັບສະຖານະການປະຈຸບັນຂອງຂະບວນການຜະລິດ, ການຜະລິດ ແລະ ອື່ນໆ ຈາກແຕ່ລະບໍລິສັດຕື່ມ.

ບັນຍາກາດການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ໃນເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ

ພະນັກງານທັງໝົດທີ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດ Corona ມີ 49 ຄົນ(ມາຮອດວັນທີ 26 ມີນາ 2021), ແລະ ສປປ ລາວ ໄດ້ບັນລຸຜົນສຳເລັດ ເມື່ອທຽບໃສ່ບັນດາປະເທດເພື່ອນບ້ານ. ພະແນກສາທາລະນະສຸກ ແຂວງ ຈຳປາສັກ ໄດ້ເຂົ້າມາດຳເນີນການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານ ທີ່ພວມເຮັດວຽກຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ຄັ້ງວັນທີ 24 ມີນາ 2021. ພວກເຮົາຈະພະຍາຍາມສືບຕໍ່ດຳເນີນງານເຂດເສດຖະກິດພິເສດໃຫ້ມີຄວາມປອດໄພ ແລະ ໝັ້ນຄົງຕໍ່ໄປ.

ພະນະ ທ່ານ ທອງລຸນ, ນາຍົກລັດຖະມົນຕີ ແຫ່ງສປປ ລາວ ຢ້ຽມຢາມເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ

ວັນເສົາ, ວັນທີ 24 ຕຸລາ 2020, ພະນະ ທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າມາຢ້ຽມຢາມ “ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ (ນິຄົມອຸດສາຫະກໍາ) “. ປະຈຸບັນມີ 14 ບໍລິສັດຍີ່ປຸ່ນ ທີ່ພວມດຳເນີນທຸລະກິດຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ, ມີແຮງງານລາວທັງໝົດ 900 ຄົນ ແລະ ວິຊາການຕ່າງປະເທດ 17 ຄົນ, ແລະ ແຕ່ລະບໍລິສັດສ່ວນໃຫຍ່ ແມ່ນຜະລິດ ແລະ ສົ່ງອອກຜະລິດຕະພັນອຸດສາຫະກຳ ແລະຜະລິດຕະພັນແຜ່ນແຜຢູ່ໃນເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ. ໃນໄລຍະການລະບາດຂອງພະຍາດ COVID-19 ຕັ້ງແຕ່ເດືອນກຸມພາປີນີ້, ແຕ່ລະບໍລິສັດຍີ່ປຸ່ນ ແມ່ນໄດ້ຮ່ວມມືກັບລັດຖະບານລາວ ເພື່ອປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ແລະ ບັນດາມາດຕະການປ້ອງກັນອຶ່ນໆ ແລະ ສາມາດສືບຕໍ່ດຳເນີນງານເປັນປົກກະຕິ.

ທຸລະກິດແນວພັນໃນດ້ານກະສິກຳລາວ!

ຈຸດພິເສດກ່ຽວກັບກະສິກຳ ໄດ້ຖືກຈັດຕັ້ງຂຶ້ນໃນຂະນະນີ້ ຢູ່ໃນ “The World is Now JETRO Global Eye” ເຊິ່ງໄດ້ມີການນຳສະເໜີປະເທດລາວມາຫຼາຍຄັ້ງແລ້ວ. ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ (PJSEZ) ຈະປາກົດຢູ່ໃນຕອນທ້າຍ, ສະນັ້ນ ກະລຸນາເຂົ້າໄປເບິ່ງໄດ້ທີ່. [JETRO] Seed business in Lao agriculture! – YouTube

ພາລະກິດດ້ານທຸລະກິດກະສິກຳລາວ

ປະເທດສປປ ລາວ ເປັນປະເທດໜື່ງທີ່ບໍ່ມີຊາຍແດນຕິດກັບທະເລ ຢູ່ລຸ່ມແມ່ນໍ້າຂອງໃນພາກພື້ນອາຊີຕາເວັນອອກສຽງໃຕ້; ນັບແຕ່ຊຸມປີຜ່ານມາ, ການພັດທະນາພື້ນຖານໂຄງລ່າງດ້ານການຂົນສົ່ງທາງບົກທີ່ເຊື່ອມຕໍ່ກັບປະເທດເພື່ອນບ້ານໄດ້ຮັບການປັບປຸງ, ແລະ ສປປ ລາວໄດ້ກາຍເປັນຈຸດໝາຍໜື່ງທີ່ພວມດຶງດູດຄວາມສົນໃຈໃນການລົງທືນຕໍ່ໄປຂອງບໍລິສັດຍີ່ປຸ່ນ ທີ່ມີຖານການຜະລິດຢູ່ປະເທດໄທ ແລະ ປະເທດອື່ນໆ ເນື່ອງຈາກວ່າ ປະຊາກອນຂອງລາວສ່ວນຫຼາຍໄດ້ປະກອບອາຊີບດ້ານອຸດສາຫະກໍາກະສິກຳເປັນຕົ້ນຕໍ ເຊີ່ງກວມເອົາ 70% ຂອງປະຊາກອນທັໝົດ. ເພາະສະນັ້ນ ນັບແຕ່ປີ 2000 ເປັນຕົ້ນມາ ລັດຖະບານລາວ ໄດ້ມີການສົ່ງເສີ່ມດ້ານການປູກຝັງ ແລະ ການຄ້າຂະໜາດໃຫຍ່ໃນຂອບເຂດທົ່ວປະເທດ ເຊີ່ງລັດຖະບານລາວມີຈຸດມຸ້ງໝາຍທີ່ຈະພັດທະນາຜະລິດຕະພັນກະສິກຳ ແລະ ອຸດສາຫະກຳປຸງແຕ່ງອາຫານ ແລະ ກະສິກຳອີນຊີປອດສານພິດໃຫ້ເປັນຜະລິດຕະພັນທີ່ມີມູນຄ່າສູງ, ພ້ອມດຽວກັນນັ້ນ ເພື່ອເປັນການລຸດຜ່ອນ ປະລິມານການນໍາໃຊ້ຢາປາບສັດຕູພືດໃຫ້ນັບມື້ນັບໜ້ອຍລົງຢູ່ພາຍໃນປະເທດ ເຊີ່ງເຫັນໄດ້ວ່າ ສປປ ລາວ ກຳລັງເປັນທີ່ດຶງດູດຄວາມສົນໃຈຫຼາຍໃນດ້ານຜະລິດຕະພັນກະສິກຳ ທີ່ມີຄຸນນະພາບສູງ ຈາກຍີ່ປຸ່ນ ແລະ ປະເທດໃກ້ຄຽງ. ໃນລະຫວ່າງກາງປີ 2019, ອົງ JETRO ຈະສົ່ງພາລະກິດດ້ານກະສິກຳມາທີ່ ສປປ ລາວ. ໃນພາລະກິດຄັ້ງນີ້, ພວກເຮົາຈະດຳເນີນການຢ້ຽມຢາມສວນກະສິກຳ, ຕະຫລາດ, ແລກປ່ຽນຄວາມຄິດເຫັນກັບຜູ້ຈັດການດ້ານກະສິກຳ, ແລະ ບັນດາບໍລິສັດເຄືອຂ່າຍກະສິກຳ ຢູ່ທີ່ນະຄອນຫຼວງວຽງຈັນ ແລະ ແຂວງ ຈຳປາສັກ, ເຊິ່ງມີພູພຽງບໍລະເວນທີ່ເປັນແຫຼ່ງຜະລິດກະສິກຳລະດັບແຖວໜ້າທີ່ສໍາຄັນຂອງປະເທດລາວ. ມີຄວາມເປັນໄປໄດ້ທີອາດຈະສາມາດເກັບກຳຂໍ້ມູນລ້າສຸດເພື່ອນຳໃຊ້ເປັນເອກະສານອ້າງອີງໃນການພັດທະນາທຸລະກິດກະສິກຳເຊັ່ນວ່າ: ການທົດລອງປູກພຶດ ແລະ ການຈັດຊື້ຜະລິດຕະພັນກະສິກຳໃນ ສປປ ລາວ....

ບໍລິສັດ TSUGE LAO CO., LTD. ໄດ້ຮັບໃບອະນຸຍາດລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ

ບໍລິສັດ Tsuge Pipe Co., Ltd. (ອາສາກຶສາ, ໂຕກຽວ – ຜູ້ຜະລິດ, ຈໍາໜ່າຍ ແລະ ນຳເຂົ້າສິນຄ້າສູບຢາເຊັ່ນ: ທໍ່, ເສັ້ນຢາສູບ, ອຸປະກອນສູບຢາ, ກອກຢາສູບ ແລະ ອຸປະກອນເສີມອື່ນໆ) ໄດ້ຕັດສິນໃຈລົງທຶນຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາສະເພາະ ປາກເຊ – ຍີ່ປຸ່ນ. ວັນທີ 21 ຕຸລາ 2019, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈຳປາສັກ ໄດ້ມອບໃບອະນຸຍາດລົງທຶນແລະ ໃບທະບຽນບໍລິສັດໃຫ້ແກ່ ບໍລິສັດ Tsuge Lao Co., Ltd. ບໍລິສັດຈະເລີ່ມດໍາເນີນການຜະລິດຢູ່ໃນໂຮງງານໃຫ້ເຊົ່າຫຼັງທີ່ 2.

Next Blog