ຂໍ້ມູນການສະໝັກງານ

ພິທີເປີດນໍາໃຊ້ຫໍສຽນພຣະພຸດທະຮູບ ທີ່ວັດທາດ

ວັນທີ 05 ທັນວາ 2025, ສະຖານກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ເມືອງ ນາໂກຢາ ແລະ ແຂວງຈຳປາສັກ ໄດ້ຈັດພິທີມອບຮັບ ແລະ ເປີດນໍາໃຊ້ຫໍສຽນພຣະພຸດທະຮູບ “ຫໍສຽນພຣະ ລາວ-ຍີ່ປຸ່ນ ຫຼື Lao-Nichi An” ເພື່ອປະດິດສະຖານສຽນພຣະພຸດທະຮູບທີ່ປະຊາຊົນຍີ່ປຸ່ນ ໄດ້ສົ່ງກັບຄືນມາລາວ ຢູ່ທີ່ວັດທາດ, ບ້ານວັດທາດ, ເມືອງຈໍາປາສັກ, ແຂວງຈຳປາສັກ. ຊາວຍີ່ປຸ່ນຄົນໜຶ່ງ ທີ່ອາໄສຢູ່ໃນເມືອງນາໂກຢາ ໄດ້ຊື້ສຽນພຣະພຸດທະຮູບອົງນີ້ ຈາກພໍ່ຄ້າຂອງວັດຖຸບູຮານໃນປະເທດໄທ ແລະ ຜ່ານການສຶບຄົ້ນຫາຂໍ້ມູນອັນລະອຽດຂອງສຽນພະດັ່ງກ່າວຕໍ່ມາພົບວ່າ ສຽນພຣະອົງນີ້ ມີຕົ້ນກຳເນີດມາຈາກວັດພູ ທີ່ເປັນມໍລະດົກໂລກຂອງອົງການ UNESCO, ຄົນຍີ່ປຸ່ນທີ່ເປັນເຈົ້າຂອງ ຈຶ່ງມີຄວາມປະສົງຢາກສົ່ງຄືນສຽນພຣະດັ່ງກ່າວໃຫ້ກັບປະເທດລາວ. ພິທີດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຢາຊຶຢຶກິ ໂອຮາຣະ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາເມືອງນາໂກຢາ, ທ່ານ ຊຶໂຕະມຶ ໂຄອິຊຶມິ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ປອ. ອະລຸນໄຊ ສູນນະລາດ ເລຂາພັກແຂວງຈຳປາສັກ, ທ່ານ ປອ. ສຸກສະຫວັນ ວິໄລວົງ ປະທານຄະນະກໍາມະການປົກຄອງແຂວງ...

ບໍລິສັດ LGH ໄດ້ເລີ່ມກໍ່ສ້າງໂຮງງານຂົ້ວກາເຟດ້ວຍໄຮໂດຣເຈນໃນ ຂພສປຍ

ໃນວັນທີ 28 ພະຈິກ 2025, ບໍລິສັດ ລາວ ໄຮໂດຣເຈັນ ສະອາດ ຈຳກັດ (LGH) ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງໂຮງງານຂົ້ວກາເຟດ້ວຍໄຮໂດຣເຈນຂຶ້ນຢ່າງເປັນທາງການ ໃນເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ (ຂພສປຍ), ບ້ານ ຫຼັກ19, ເມືອງປະທຸມພອນ, ແຂວງຈຳປາສັກ. ການກໍ່ສ້າງໂຮງງານຂົ້ວກາເຟດ້ວຍໄຮໂດຣເຈນຂອງ LGH ຄາດວ່າຈະສຳເລັດພາຍໃນ 1.5 ປີ ນັບແຕ່ເດືອນທັນວາ 2025 ຫາເດືອນເມສາ 2027. ໃນພິທີດັ່ງກ່າວມີຜູ້ຕ່າງໜ້າຈາກຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດແຂວງຈຳປາສັກ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກວັດທະນະທຳ ແລະ ທ່ອງທ່ຽວ, ຄະນະກຳມະການບໍລິຫານເມືອງປະທຸມພອນ, ແລະ ບ້ານ ຫຼັກ19, ພ້ອມທັງຜູ້ຕ່າງໜ້າຈາກ LGH, ຜູ້ຮັບເໝົາ EPC ແລະ ບໍລິສັດຍີ່ປຸ່ນຈຳນວນໜຶ່ງໃນ ຂພສປຍ ແລະ ບໍລິສັດທ້ອງຖິ່ນອື່ນໆທີ່ກ່ຽວຂ້ອງກັບໂຄງການນີ້ ເຂົ້າຮ່ວມງານ. ໃນການກ່າວເປີດງານຂອງທ່ານ Ryutaro Nishio, ປະທານບໍລິສັດ LGH ໃນລະຫວ່າງພິທີເປີດ ໄດ້ເນັ້ນຢ້ຳເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການສົ່ງເສີມນະວັດຕະກຳສີຂຽວ ແລະ ການພັດທະນາອຸດສາຫະກຳທີ່ເປັນມິດຕໍ່ກັບສິ່ງແວດລ້ອມ. ບໍລິສັດມີເປົ້າໝາຍທີ່ຈະນຳສະເໜີຮູບແບບໃໝ່ຂອງການຜະລິດພະລັງງານສະອາດ ໂດຍການນຳໃຊ້ເຕັກໂນໂລຊີໄຮໂດຣເຈັນສີຂຽວ ເພື່ອຂົ້ວເມັດກາເຟທີ່ມີຄຸນນະພາບສູງ, ເຊິ່ງຖືເປັນບາດກ້າວທີ່ສຳຄັນໄປສູ່ການປະຕິບັດອຸດສາຫະກຳທີ່ເປັນມິດຕໍ່ກັບສິ່ງແວດລ້ອມໃນ ຂພສປຍ. ພາຍຫຼັງຈາກພິທີຕັດໂບ, ແຂກທີ່ເຂົ້າຮ່ວມທັງໝົດໄດ້ໄປຢ້ຽມຊົມໂຮງງານຕົ້ນແບບຂົ້ວກາເຟດ້ວຍໄຮໂດຣເຈັນທີ່ໂຮງງານໃຫ້ເຊົ່າໃນ ຂພສປຍ ເຊິ່ງໄດ້ກໍ່ສ້າງສຳເລັດໃນເດືອນທີ່ຜ່ານມາ,...

ຂພສປຍ ມອບເງິນ 50,000,000 ກີບ ສະໜັບສະໜູນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ 9 ທີ່ຈະຈັດຂື້ນພາຍໃນເດືອນ ກັນຍາ 2025

ໃນວັນທີ 12 ກັນຍາ 2025, ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ໄດ້ມອບເງິນຈໍານວນ 50,000,000 ກີບ ໃຫ້ແຂວງຈໍາປາສັກ ເພື່ອສະໜັບສະໜູນການກະກຽມຈັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງທີ 9 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍາ 2025. ໃນລະຫວ່າງພິທີມອບຮັບເງິນປະກອບສ່ວນຊຸກຍູ້ກອງປະຊຸມ, ທ່ານ Mochizuki ຜູ້ອໍານວຍການໃຫຍ່ຂອງ ຂພສປຍ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການດໍາເນີນທຸລະກິດປະຈຸບັນໃນ ຂພສປຍ ແລະ ໄດ້ສັງລວມແຜນການໃນອະນາຄົດ ເພື່ອດຶງດູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດເພີ່ມຕື່ມ. ທ່ານ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການສະໜັບສະໜຸນ ແລະ ປະກອບສ່ວນຂອງ ຂພສປຍ ແລະ ໄດ້ກ່າວຕື່ມອີກວ່າ ທາງລັດຖະບານຂັ້ນແຂວງ ແມ່ນກຳລັງເຮັດວຽກໃນການພັດທະນາກົນໄກການລົງທຶນໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ ພ້ອມທັງປັບປຸງສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ. ການປະກອບສ່ວນດັ່ງກ່າວນີ້ ແມ່ນເປັນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ ຂພສປຍ ໃນການສະໜັບສະໜຸນການພັດທະນາຂອງແຂວງຈໍາປາສັກ ແລະ ສົ່ງເສີມຄວາມຮ່ວມມືທີ່ແໜ້ນແຟ້ນຍິ່ງຂຶ້ນກັບອຳນາດການປົກຄອງທ້ອງຖິ່ນ ແລະ ລັດຖະບານລາວ. ໃນຕອນທ້າຍ, ທ່ານເຈົ້າແຂວງໄດ້ໃຫ້ຄຳໝັ້ນສັນຍາວ່າ ທາງແຂວງຈຳປາສັກ ແລະ ລັດຖະບານຂັ້ນສູນກາງຂອງ ສປປ ລາວ ແມ່ນຈະສືບຕໍ່ໃຫ້ການສະໜັບສະໜູນການພັດທະນາ ແລະ ການດຳເນີນກິດຈະການຂອງ ຂພສປຍ...

ການລົງເຄື່ອນໄຫວກວດກາດ້ານສຸຂະນາໄມ ແລະ ສຸຂະພາບແຮງງານຂອງບັນດາໂຮງງານຢູ່ໃນ ຂພສປຍ

ໃນຄັ້ງວັນທີ 05 ກັນຍາ 2025, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຈຳປາສັກ (ຄຂສພ) ຮ່ວມກັບພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ແຂວງຈຳປາສັກ ໄດ້ເຂົ້າມາເຄື່ອນໄຫວກວດກາວຽກງານດ້ານສຸຂະນາໄມ ແລະ ສຸຂະພາບແຮງງານຂອງບັນດາໂຮງງານທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ). ກ່ອນການລົງກວດກາແຕ່ລະໂຮງງານ, ໄດ້ມີການຈັດສໍາມະນາທີ່ຫ້ອງປະຊຸມຂອງ ຂພສປຍ. ໃນການສໍາມະນາຄັ້ງນີ້, ຜູ້ເຂົ້າຮ່ວມຈາກແຕ່ລະໂຮງງານໄດ້ຮຽນຮູ້ກ່ຽວກັບພະຍາດຕ່າງໆທີ່ມັກເກີດຂຶ້ນໃນຊ່ວງລະດູຝົນ, ໂດຍສະເພາະ ແມ່ນໄຂ້ມາລາເຣຍ, ໄຂ້ເລືອດອອກ ເຊິ່ງແຜ່ກະຈາຍເຊື້ອໂດຍຍຸງ. ນອກຈາກນີ້, ທາງພະແນກສາທາລະນະສຸກ ຍັງໄດ້ໃຫ້ຄໍາແນະນໍາກ່ຽວກັບການປ້ອງກັນ ແລະ ມາດຕະການໃນການຄວບຄຸມ ລວມທັງການອະທິບາຍໂດຍລວມກ່ຽວກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບແຮງງານ, ສຸຂະນາໄມ ແລະ ສຸຂະພາບ. ແນວຄວາມຄິດລິເລີ່ມດັ່ງກ່າວນີ້ ແມ່ນມີຈຸດປະສົງເພື່ອຮັບປະກັນຄວາມປອດໄພ ແລະ ສຸຂະພາບຂອງແຮງງານທັງພາຍໃນ ແລະ ຕ່າງປະເທດ ລວມທັງການປ້ອງກັນການລະບາດຂອງພະຍາດທີ່ອາດຈະເກີດຂຶ້ນ, ໂດຍສະເພາະໃນຊ່ວງລະດູຝົນ ເຊິ່ງໄດ້ມີການຕິດຕາມ ແລະ ເຝົ້າລະວັງຢູ່ສະໝ່ຳສະເໝີ ເພື່ອຮັກສາສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ ແລະ ຖືກຫຼັກສຸຂະນາໄມ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ. ຄຂສພ ໄດ້ມີການຊຸກຍູ້ໃຫ້ທຸກບໍລິສັດ ແລະ ໂຮງງານ ໃຫ້ຄວາມຮ່ວມມືຢ່າງເຕັມທີ່ ແລະ ມີສ່ວນຮ່ວມຢ່າງຫ້າວຫັນໃນການຮັກສາສຸຂະນາໄມໃນສະຖານທີ່ເຮັດວຽກ ແລະ ການຈັດຕັ້ງປະຕິບັດມາດຕະການດ້ານສຸຂະພາບທີ່ຈຳເປັນຕ່າງໆ....

ການກວດກາ ແລະ ສໍາມະນາ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ

ໃນລະຫວ່າງວັນທີ 22-23 ກໍລະກົດ 2025, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງຈຳປາສັກ ຮ່ວມກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ ໄດ້ດຳເນີນການກວດສອບລະບົບປ້ອງກັນອັກຄີໄຟ ແລະ ອຸປະກອນຄວາມປອດໄພຕ່າງໆຢ່າງລະອຽດຢູ່ໃນໂຮງງານ, ສາງເກັບມ້ຽນສິນຄ້າ, ຫ້ອງການ ແລະ ສະຖານທີ່ອື່ນໆພາຍໃນ ຂພສປຍ. ການກວດສອບຄວາມປອດໄພດ້ານອັກຄີໄພແມ່ນຈະດຳເນີນການເປັນປະຈຳທຸກໆປີໃນຊ່ວງເວລາດັ່ງກ່າວ, ແຕ່ໃນປີນີ້ໄດ້ມີການກວດສອບໂຮງງານຍີ່ປຸ່ນທັງໝົດ 13 ໂຮງງານ ໂດຍໄດ້ເນັ້ນໃສ່ການກວດກາອຸປະກອນຕ່າງໆ ເຊັ່ນ: ລະບົບສັນຍານເຕືອນໄພ, ຖັງດັບເພີງ (ເພື່ອກວດສອບການໃຊ້ງານ) ແລະ ທາງອອກສຸກເສີນ. ໂຮງງານຍີ່ປຸ່ນທັງໝົດແມ່ນຜ່ານການກວດສອບ ແຕ່ວ່າມີບາງໂຮງງານແມ່ນໄດ້ຮັບຄຳແນະນຳສະເພາະຈາກທາງຄະນະຜູ້ກວດສອບ ເຊັ່ນວ່າ ການເພີ່ມຈຳນວນບັ້ງດັບເພີງ, ການຕິດຕັ້ງໄວ້ໃນຈຸດທີ່ເໝາະສົມ ແລະ ການປ່ຽນແທນອຸປະກອນເກົ່າທີ່ໃຊ້ການບໍ່ໄດ້. ໃນວັນທີ 24 ກໍລະກົດ 2025 ໄດ້ມີການຈັດສຳມະນາກ່ຽວກັບກວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຂຶ້ນທີ່ຫ້ອງປະຊຸມຂອງຫ້ອງການບໍລິຫານ ຂພສປຍ ໂດຍມີພະນັກງານທີ່ຖືກຄັດເລືອກຈາກແຕ່ລະໂຮງງານຍີ່ປຸ່ນເຂົ້າຮ່ວມການຝຶກອົບຮົມການປະຕິບັດກ່ຽວກັບການໃຊ້ຖັງດັບເພີງ ແລະ ອຸປະກອນຄວາມປອດໄພພື້ນຖານອື່ນໆ ຢ່າງຖືກ. ຈຸດປະສົງຂອງການສຳມະນາແມ່ນເພື່ອເສີມສ້າງຄວາມຮູ້ດ້ານຄວາມປອດໄພຈາກອັກຄີໄພ, ປົກປ້ອງຊັບສິນຂອງບໍລິສັດ ແລະ ເພື່ອໃຫ້ການດຳເນີທຸລະກິດເປັນໄປຢ່າງລາບລຶ້ນ ແລະ ຕໍ່ເນື່ອງ. ໃນຕອນທ້າຍຂອງການຝຶກອົບຮົມ, ທາງພະແນກສະກັດກັ້ນ ແລະ ຕ້ານອັກຄີໄພແຂວງຈຳປາສັກໄດ້ອອກໃບຢັ້ງຢືນການກວດກາ ແລະ ໃບຢັ້ງຢືນການເຂົ້າຮ່ວມສຳມະນາໃຫ້ແກ່ໂຮງງານຍີ່ປຸ່ນທັງໝົດໃນ ຂພສປຍ ເພື່ອເປັນຫຼັກຖານທີ່ສະແດງໃຫ້ເຫັນເຖິງການປະຕິບັດຕາມລະບຽບການ ແລະ ການເຂົ້າຮ່ວມ.

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ ຈາກປະເທດຍີ່ປຸ່ນ

ໃນວັນທີ 29 ເມສາ 2025 ໄດ້ມີການປະກາດຢ່າງເປັນທາງການວ່າ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຂອງ ສປປ ລາວ ຈະໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ ເຊິ່ງເປັນພິທີການມອບລາງວັນໃຫ້ແກ່ຊາວຕ່າງຊາດ ປະຈຳລະດູໃບໄມ້ປົ່ງ ປີ 2025 ຈາກປະເທດຍີ່ປຸ່ນ. ພິທີມອບຫຼຽນກຽດຕິຄຸນດັ່ງກ່າວ ແມ່ນໄດ້ຈັດຂຶ້ນທີ່ເຮືອນພັກຂອງພະນະທ່ານ ເອກອັກຄະລັດຖະທູດຍີ່ປຸ່ນຢູ່ທີ່ນະຄອນຫຼວງວຽງຈັນ ໃນວັນທີ 03 ກໍລະກົດ 2025 ເຊິ່ງຫຼຽນກຽດຕິຍົດອັງສູງສົ່ງນີ້ໄດ້ປະທານໂດຍ ສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ແລະ ເປັນກຽດມອບໂດຍ ພະນະທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ. ຕະຫຼອດໄລຍະເວລາທີ່ດຳລົງຕຳແໜ່ງເປັນ ເຈົ້າແຂວງໆຈຳປາສັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ແລະ ຮອງນາຍົກລັດຖະມົນຕີ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ໄດ້ສະແດງບົດບາດອັນສຳຄັນໃນການສົ່ງເສີມການລົງທຶນຈາກປະເທດຍີ່ປຸ່ນເຂົ້າມາໃນ ສປປ ລາວ ແລະ ຊຸກຍູ້ໃຫ້ເກີດການພັດທະນາສະພາບແວດລ້ອມດ້ານການລົງທຶນທີ່ເອື້ອອຳນວຍຕໍ່ພາກທຸລະກິດ ໂດຍສະເພາະແມ່ນ ທ່ານໄດ້ມີບົດບາດອັນສຳຄັນໃນການລິເລີ່ມ ແລະ ສະໜັບສະໜູນການສ້າງຕັ້ງ ເຂດເສດຖະກິດພິິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ ໃນຊ່ວງທີ່ດຳລົງຕໍາແໜ່ງເປັນເຈົ້າແຂວງໆຈຳປາສັກ. ຜູ້ເຂົ້າຮ່ວມພິທີດັ່ງກ່າວນີ້ ປະກອບມີຄອບຄົວຂອງ ທ່ານ ນາຍົກລັດຖະມົນຕີ, ເຈົ້າໜ້າທີ່ລະດັບສູງຂອງລາວ, ແລະ...

ພະນະ ທ່ານ ເອກອັກຄະລັດຖະທູດ ຊູເດສ ມາເນຍ ຢ້ຽມຢາມ ຂພສປຍ

ໃນວັນທີ 12 ພຶດສະພາ 2025, ບໍລິສັດພັດທະນາ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈຳກັດ (ຂພສປຍ) ໄດ້ຮັບກຽດຕ້ອນຮັບ ພະນະ ທ່ານ ຊູເດສ ມາເນຍ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນການຢ້ຽມຢາມຢ່າງເປັນທາງການທີ່ ຂພສປຍ. ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນດັ່ງກ່າວໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ Toshihiro Mochizuki ຜູ້ອໍານວຍການໃຫຍ່ຮ່ວມ ພ້ອມດ້ວຍພະນັກງານຂອງບໍລິສັດ. ຫຼັງຈາກນັ້ນ, ໄດ້ນໍາພາຄະນະຜູ້ແທນດັ່ງກ່າວເຂົ້າໄປຢ້ຽມຊົມບາງໂຮງງານອຸດສາຫະກໍາຍີ່ປຸ່ນຄື:ໂຮງງານອໍເຈແປນ ແລະ ໂຮງງານຊຶເກະ ຢູ່ໃນ ຂພສປຍ ແລະ ໄດ້ອະທິບາຍກ່ຽວກັບບັນດາສິນຄ້າຜະລິດຕະພັນຂອງບໍລິສັດຍີ່ປຸ່ນ, ຂະບວນການຜະລິດ, ແລະ ການນຳເຂົ້າ/ສົ່ງອອກ. ຂພສປຍ ຂໍສະແດງຄວາມຂອບໃຈຢ່າງຍິ່ງ ຕໍ່ການມາຢ້ຽມຢາມຂອງພະນະທ່ານທູດ ແລະ ຄະນະໃນຄັ້ງນີ້.

ເຈົ້າແຂວງໆຈໍາປາສັກຢ້ຽມຢາມເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ

ໃນວັນທີ 25 ເມສາ 2025, ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍຄະນະການນຳຂອງແຂວງຈາກພະແນກການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ເພື່ອຮັບຟັງຄວາມຄືບໜ້າໃນການພັດທະນາຂອງເຂດ. ຫຼັງຈາກນັ້ນ, ຄະນະການນໍາຂອງແຂວງໄດ້ເຂົ້າໄປຢ້ຽມຊົມໂຮງງານອໍເຈແປນ ແລະ ໂຮງງານຊຶເກະລາວ ທີ່ຕັ້ງຢູ່ໃນ ຂພສປຍ ເຊິ່ງການຢ້ຽມຢາມຂອງຄະນະການນໍາແຂວງຈໍາປາສັກໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ Mochizuki ແລະ ທ່ານ ສົມຄິດ ຄະນະອໍານວຍການຂອງບໍລິສັດ ພ້ອມດ້ວຍພະນັກງານ ແລະ ຜູ້ຕ່າງໜ້າແຕ່ລະໂຮງງານ. ແຂວງຈໍາປາສັກ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສຶບຕໍ່ສະໜັບສະໜູນການພັດທະນາຂອງ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ ໃນຕໍ່ໜ້າ.

ການຈັດກອງປະຊຸມປຶກສາຫາລືຮ່ວມ ລະຫ່ວາງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈໍາປາສັກ ຄັ້ງທີ 4

ວັນທີ 17 ກຸມພາ 2025, ກອງປະຊຸມປຶກສາຫາລື ຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈໍາປາສັກ ຄັ້ງທີ 4 ຖຶກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ປະຈໍາ ສປປ ລາວ ສາຂາປາກເຊ (JCCIL) ແລະ ແຂວງຈຳປາສັກ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຈຳປາສັກ. ຝ່າຍຍີ່ປຸ່ນມີຜູ້ເຂົ້າຮ່ວມປະມານ 24 ທ່ານ, ໃນນັ້ນມີ ທ່ານ Koizumi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການ JICA, JETRO, JCCIL ແລະ ບັນດາບໍລິສັດສະມາຊິກເຂົ້າຮ່ວມ ເຊິ່ງຝ່າຍແຂວງຈຳປາສັກ ມີຜູ້ເຂົ້າຮ່ວມປະມານ 21 ທ່ານ ລວມທັງຜູ້ເຂົ້າຮ່ວມທາງອອນໄລນໍາອີກ. ການປຶກສາຫາລືຄັ້ງນີ້ ໄດ້ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ Koizumi ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ແລະ ໄດ້ດໍາເນີນໄປດ້ວຍຮູບແບບໂຕ້ຕອບ, ໂດຍຝ່າຍຍີ່ປຸ່ນ ໄດ້ລາຍງານຂໍ້ສະເໜີຂອງຕົນ ແລະ ຝ່າຍແຂວງຈຳປາສັກ ໄດ້ໃຫ້ຄໍາຊີ້ແຈງ ແລະ ຄໍາຕອບຂອງຕົນໃຫ້ແກ່ຝ່າຍຍີ່ປຸ່ນ....

ວັນທີ 21 ກັນຍາ 2024, ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ໄດ້ເຊັນໜັງສືສະແດງຄວາມສົນໃຈ (LOI) ເພື່ອສະໜອງທີ່ດິນໃນ ຂພສປຍ ໃຫ້ແກ່ໂຄງການເຂດເສດຖະກິດພິເສດສາທິດຄວາມເປັນກາງຂອງອາຍກາກບອນ.

ຂພສປຍ ໄດ້ລົງນາມໃສ່ LOI ເພື່ອການສະໜອງທີ່ດິນຢູ່ ຂພສປຍ ແລະ ສະໜັບສະໜູນໂຄງການເຂດເສດຖະກິດພິເສດສາທິດຄວາມເປັນກາງຂອງອາຍກາກບອນ ຮ່ວມກັບ ບໍລິສັດ Lao Green Hydrogen ຈຳກັດ, ບໍລິສັດ TSB Greenex ຈຳກັດ ແລະ ບໍລິສັດ ຮ່ວມພັດທະນາ ເພັດສະຫວັນ ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ, ລາວ ສປປ ລາວ, ເຊິ່ງພິທີດັ່ງກ່າວໄດ້ເປັນສັກຂີພິຍານຮ່ວມ ໂດຍ ທ່ານ ປອ. ມາໄລທອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ໂຢຊິດະ, ຮອງລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ແຫ່ງປະເທດຍີ່ປຸ່ນ. ພາຍຫຼັງເຊັນ LOI ຂ້າງເທິງນີ້ແລ້ວ, ຂພສປຍ ຈະເລີ່ມດໍາເນີນການຈົດທະບຽນໃບອະນຸຍາດລົງທຶນຢູ່ໃນ ຂພສປຍ ໃຫ້ແກ່ບໍລິສັດ Lao Green Hydrogen ຈຳກັດໃນໄວໆນີ້ ແລະ ຄາດວ່າໃນປີ 2026 ໂຮງງານດັ່ງກ່າວຈະເປີດໃຫ້ບໍລິການ, ຜະລິດໄຮໂດເຈນ ແລະ ນຳໃຊ້ໄຮໂດຣເຈນນັ້ນເຂົ້າໃນການຂົ້ວກາເຟ.

Next Blog