ພາຍໃຕ້ຫົວຂໍ້ “ການລົງທຶນໃນອະນາຄົດຂອງສປປ ລາວ – ການພັດທະນາຊັບພະຍາກອນມະນຸດ ແລະ ການທ້າທາຍທຸລະກິດ” ອົງການຂໍ້ມູນທຸລະກິດສາກົນ JETRO ຊື່ວ່າ”JETRO Global Eye” ໄດ້ນໍາສະເໜີຄວາມພະຍາຍາມຂອງບັນດາບໍລິສັດຍີ່ປຸ່ນໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ທ່ານສາມາດຄົ້ນຫາ ແລະ ຮັບຊົມອົງການນີ້ຢູ່ໃນອິນເຕີເນັດໄດ້ທຸກເວລາ. (https://www.youtube.com/watch?v=H4ahNPS908U )
ວັນທີ 27 ເມສາ 2017, ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ໄດ້ຈັດພິທີມອບຮັບກໍາມະສິດທີ່ດິນໃຫ້ແກ່ ບໍລິສັດ Sanko Lao Co., Ltd. (ສາຂາຂອງບໍລິສັດ Sanko Construction Co., Ltd., ແຂວງ Okayama, ປະເທດຍີ່ປຸ່ນ) ເຊິ່ງເປັນບໍລິສັດລູກຄ້າທີ່ເຊົ່າສິດນໍາໃຊ້ທີ່ດິນແຫ່ງທໍາອິດຂອງເຂດ. ບໍລິສັດແມ່ ຂອງບໍລິສັດ Sanko Lao Co., Ltd. ຢູ່ປະເທດຍີ່ປຸ່ນ ແມ່ນດໍາເນີນກິດຈະການດ້ານການກໍ່ສ້າງອາຄານ, ຂົວທາງ ແລະ ເຮັດວຽກຮ່ວມກັບບໍລິສັດ Okayama Concrete Industrial Co., Ltd. ບໍລິສັດ Sanko Lao Co., Ltd.ໄດ້ຮັບໃບອະນຸຍາດທຸລະກິດ ຈາກອໍານາດການປົກຄອງທ້ອງຖິ່ນໃນເດືອນ ພະຈິກ 2016 ແລະ ເນື້ອທີ່ດິນທັງຫມົດມີ 1.23 ເຮັກຕາ. ໂຮງງານດັ່ງກ່າວ ຄາດວ່າຈະສໍາເລັດການກໍ່ສ້າງພາຍໃນລະດູໜາວທີ່ຈະມາເຖິງນີ້.
ວັນທີ 1 ກັນຍາ 2016, ໃນນາມຜູ້ຖືຫຸ້ນຂອງບໍລິສັດພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທ່ານ ຄໍາພົນ ນວນແສງສີ, ປະທານຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິແຂວງ ຈໍາປາສັກ, ທ່ານ ວັນນະດາ ຜົມມະສະຖິດ, ປະທານ ບໍລິສັດ Savan TVS Consultant Co., Ltd., ທ່ານ Harusada Kondo, ປະທານ ບໍລິສັດ Nishimatsu Construction Co., Ltd. ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆໄດ້ເຂົ້າພົບ ທ່ານ ປອ. ບຸນຖົງ ດີວີໄຊ, ເຈົ້າແຂວງ ແຂວງ ຈໍາປາສັກ. ໃນກອງປະຊຸມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ຈໍາກັດ(PJSEZ)ໄດ້ລາຍງານຜົນສໍາເລັດຂອງວຽກງານການກະກຽມ ແລະ ການເລີ່ມເປິດຂາຍທີ່ດິນໃຫ້ລັດຖະບານຮາບຊາບ. ທ່ານ ເຈົ້າແຂວງໄດ້ສະແດງຄວາມຂອບໃຈຍັງມາທີມງານພວກເຮົາກ່ຽວກັບການພັດທະນາ ແລະ ການກໍ່ສ້າງເຂດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ນອກຈາກນັ້ນ, ທ່ານເຈົ້າແຂວງຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າຈະຊຸກຍູ້ສົ່ງເສີມບັນດາບໍລິສັດຍີ່ປຸ່ນທີ່ຈະເຂົ້າມາລົງທຶນຢູ່ໃນເຂດນິຄົມອຸດສາຫະກໍາ ຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນໃຫ້ສຸດຄວາມສາມາດ.
ວັນທີ 20 ມິຖຸນາ 2016, ການກໍ່ສ້າງເສັ້ນທາງເຂົ້າທີ່ມີຄວາມຍາວ 860 ແມັດຈາກເສັ້ນທາງຫຼວງເລກທີ່ 13 ໃຕ້ ແລະ ການກໍ່ສ້າງບຸກເບີກພື້ນທີ່ໄວ້ຂາຍໃນເບື້ອງຕົ້ນ (2.5 ເຮັກຕາ)ໄດ້ສໍາເລັດ ທີ່ເປັນການພັດທະນາໄລຍະທີ່ 1ຂອງເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ແຂວງ ຈໍາປາສັກ. ພວກເຮົາຈະເລີ່ມເປີດຂາຍ ຫຼື ເຊົ່າ ສິດນໍາໃຊ້ທີ່ດິນນັບຕັ້ງແຕ່ເດືອນ ກໍລະກົດ 2016 ເປັນຕົ້ນໄປ.
ໃນວັນທີ 14 ພຶດສະພາ 2016 ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາເຊ-ຍີ່ປຸ່ນ ໄດ້ຈັດພິທີວາງສີລະລຶກຂື້ນກ່ອນ ການດໍາເນີນການກໍ່ສ້າງເສັ້ນທາງເຊື່ອມຕໍ່ເຂົ້າຫາເຂດທີ່ມີຄວາມຍາວ 860 ແມັດຈາກເສັ້ນທາງຫລວງ ເລກທີ່ 13 ໃຕ້ ແລະ ການບຸກເບີກກໍ່ສ້າງພື້ນທີ່ໄວ້ຂາຍຂັ້ນຕົ້ນຈໍານວນ 13 ເຮັກຕາ (ກໍ່ສ້າງໂດຍ ບໍລິສັດ Lao Nishimatsu Construction Co.,Ltd.)ທີ່ນອນຢູ່ໃນເຂດພັດທະນາໄລຍະທີ່ 1(56 ເຮັກຕາ) ຂອງເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.ໂດຍມີຜູ້ຕ່າງໜ້າຂອງຜູ້ຖືຮຸ້ນແຕ່ລະພາກສ່ວນ ລວມທັງ ທ່ານ ບຸນຖົງ ດີວີໄຊ, ເຈົ້າແຂວງ ແຂວງຈໍາປາສັກໄດ້ເຂົ້າຮ່ວມພິທີເປັນສັກຄີພີຍັນໃຫ້ກັບທັງທຸກຝ່າຍ. ນອກຈາກນັ້ນ, ໄດ້ອ່າງເຊີນພະສົງຫຼາຍອົງເຂົ້າມາທໍາພິທີບາສີຮ່ວມພິທີດັ່ງກ່າວ ເພື່ອໃຫ້ການດໍາເນີນການກໍ່ສ້າງມີຄວາມປອດໄພ ແແລະ ສໍາເລັດຕາມແຜນການ.
ວັນທີ 12 ທັນວາ 2015, ຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກ, ກຸ່ມບໍລິສັດ Xaysana, ບໍລິສັດ Savan TVS Consultant Co., Ltd. ແລະ ບໍລິສັດ Nishimatsu Construction Co., Ltd. ໄດ້ຮ່ວມກັນສ້າງຕັ້ງບໍລິສັດ ພັດທະນາ ແລະ ບໍລິຫານຄຸ້ມຄອງ ເຂດເສດຖະກິດພິເສດ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ທີ່ໄດ້ຮັບຮອງໂດຍອໍານາດການປົກຄອງແຂວງ ແຂວງ ຈໍາປາສັກ ທາງພາກໃຕ້ຂອງສປປ ລາວ. ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ນາງ ບົວທາ ຄັດຕິຢາ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ. ບຸນຖົງ ດີວີໄຊ, ເຈົ້າແຂວງ ແຂວງ ຈໍາປາສັກ, ທ່ານ ເຂັນທອງ ນວນທະສິງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ແລະ ບັນດາອໍານາດການປົກຄອງ ແຂວງ ຈໍາປາສັກ ເພື່ອເປັນສັກຄີພີຍັນ.
ປະກາດຮັບສະໝັກພະນັກງານຕຳແໜ່ງຫົວໜ້າໂຮງງານ(Manager Factory)
📣 ຂ່າວດີມາແລ້ວ!!! ສຳລັບຜູ້ທີ່ສົນໃຈ ຫລື ຮັກໃນການຕັດຫຍິບ ເສື້ອຜ້າ ✂✂ ບໍລິສັດ ພາວເວີ(ປາກເຊ) ຈຳກັດ POWER (PAKSE) CO.,LT ແມ່ນມີຄວາມຕ້ອງການຮັບພະນັກງານໃນຫລາຍຕຳແຫນ່ງ ໂດຍສະເພາະຜູ້ທີ່ມີປະສົບການດ້ານການຫຍິບເສື້ອຜ້າມາກ່ອນ. 📣 ວັນທີ 25/4/2018 ແມ່ນຈະມີການຄັດເລືອກ ສຳພາດ ແລະ ທົດສອບການຕັດຫຍິບ. 📣 ຂໍເຊີນຊວນຫມູ່ເພື່ອນທີ່ຢາກເປີດໂອກາດ ທົດສອບຄວາມສາມາດຂອງຕົນເອງ ມາສະຫມັກ ຕາມລາຍລະອຽດລຸ່ມນີ້: 👇🏻👇🏻👇🏻 ເບີໂທຕິດຕໍ່: ທ່ານ ຈ໋ອງແອ່ງ ອິນທິສານ 020 9544 4199 ແລະ 020 2804 4970 📣 ດ່ວນ! ດ່ວນ! ດ່ວນ ໂອກາດມາຮອດທ່ານແລ້ວ. ✂✂ ຕິດຕໍ່ສອບຖາມຜ່ານທາງ Facebook ທີ່ລະບຸໃນຂ້າງລຸ່ມນີ້