ພາບລວມຂອງບໍລິສັດ

  • HOME
  • ພາບລວມຂອງບໍລິສັດ
 

ຄາວມໝາຍຂອງ PJSEZ

ເຂດເສດຖະກິດພິເສດນິຄົມອຸສາຫະກໍາສະເພາະຂະໜາດນ້ອຍ ຫາ ກາງ ປາກເຊ-ຍີ່ປຸ່ນ ແມ່ນ ມີສະຖານທີ່ຕັ້ງຢູ່ແຂວງ ຈໍາປາສັກ ພາກໃຕ້ຂອງປະເທດລາວ.
ຖ້າຫາກທ່ານໃດມີຄວາມສົນໃຈ ແລະ ທ່ານທີ່ຢາກໃຊ້ຄວາມສາມາດທາງດ້ານພາສາ ຍີ່ປຸ່ນ, ພາສາອັງກິດ ເຂົ້າໃນການເຮັດ ແລະ ຫາປະສົບການ ກະລຸນາຕິດຕໍ່ພວກເຮົາ.
PJSEZພວກເຮົາຍີນດີຕ້ອນຮັບທຸກໆທ່ານ ມາເປັນເພື່ອນຮ່ວມງານ ແລະ ເພື່ອສົ່ງເສີມວຽກເຮັດງານທໍາໃຫ້ທຸກໆທ່ານ ມີລາຍຮັບທີ່ໝັ້ນຄົງ ແລະ ຖາວອນ

  • ພາບລວມຂອງບໍລິສັດ
  • ນະໂຍບາຍບໍລິສັດ
  • ຂໍ້ຄວາມຈາກອໍານວຍການ
  • ຂໍ້ຄວາມຈາກຜູ້ຕາງໜ້າລັດຖະບານ
  • ປະຫວັດຄວາມເປັນມາຂອງບໍລິສັດ
ຊື່ວິສາຫະກິດ: ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ.
ສ້າງຕັ້ງຂື້ນວັນທີ່: 12 ທັນວາ 2015
ທຶນຈົດທະບຽນ: 100,000 US$
ຜູ້ຖືຮຸ້ນ: ຄະນະກໍາມະການ ຄຸ້ມຄອງເຂດເສດຖະກິດພິເສດແຫ່ງຊາດລາວ, ເຂດເສດຖະກິດສະເພາະຂອງແຂວງຈໍາປາສັກ.
ບໍລິສັດ ລາວກຣິນ ພາວເວີ ກອບໂປເຣຊັນ ຈໍາກັດ (ບໍລິສັດລາວ)
ບໍລິສັດ ສະຫວັນ ທີວີເອັສ ຄອນຊາວຕັນ ຈໍາກັດ (ບໍລິສັດ ລາວ)
ບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ (ບໍລິສັດ ຢີປຸ່ນ)
• ພວກເຮົາມີຈຸດມຸ່ງໝາຍທີ່ຈະປະກອບສ່ວນໃນການພັດທະນາສາຍພົວພັນມິດຕະພາບລະຫວ່າງ ສປປ ລາວແລະ ຍີ່ປຸ່ນ.
• ພວກເຮົາມີຈຸດມຸ່ງໝາຍທີ່ຈະສ້າງຕັ້ງເປັນເຂດນິຄົມອຸດສາຫະກໍາໂດຍສະເພາະເປັນເຂດນິຄົມອຸດສາຫະກໍາສະເພາະ ບໍລິສັດ ຍີ່ປຸ່ນ.
• ພວກເຮົາມີຈຸດມຸ່ງໝາຍທີ່ຈະສົ່ງເສີມສີມືແຮງງານທ້ອງຖິ່ນແລະປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດ.
• ພວກເຮົາມີຈຸດມຸ່ງໝາຍທີ່ຈະສ້າງຕັ້ງເປັນເຂດນິຄົມອຸດສາຫະກໍາທີ່ມີຄຸນຄ່າເໝາະສົມກັບການລົງທຶນທີ່ຄຸ້ມຄ່າ ແລະມີຄວາມປອດໄພໃນການດໍາເນີນງານໃຫ້ກັບບັນດາບໍລິສັດຍີ່ປຸ່ນ.
• ພວກເຮົາມີຈຸດມຸ່ງໝາຍທີ່ຈະສ້າງເປັນເຂດນິຄົມອຸດສາຫະກໍາທີ່ເປັນມິດກັບສິ່ງແວດລ້ອມແລະ ນໍາໃຊ້ສະພາບແວດລັອມໃຫ້ເກີດຜົນປະໂຫຍດສູງສຸດ.
ໃນເດືອນ ສິງຫາ 2015, ເຂດເສດຖະກິດພິເສດນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນ ໄດ້ຮັບອະນຸມັດສ້າງຕັ້ງຂື້ນຢູ່ໃນ ສປປ ລາວ, ແລະ ບໍລິສັດຂອງພວກເຮົາແມ່ນ ບໍລິສັດ ພັດທະນາເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈໍາກັດ ກໍ່ໄດ້ສ້າງຕັ້ງຂຶ້ນໃນເດືອນ ມັງກອນ 2016 ເພື່ອພັດທະນາ ແລະ ບໍລິຫານຈັດການເຂດເສດຖະກິດພິເສດ.

ຜູ້ລົງທືນຂອງບໍລິສັດນີ້ປະກອບມີ 04 ພາກສ່ວນຄື: ຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ຈາກລັດຖະບານລາວ, ບໍລິສັດ Diamond Asset ຈໍາກັດ ແລະ ບໍລິສັດ Savan TVS Consultant ຈໍາກັດ ຈາກ ສປປ ລາວ, ແລະ ບໍລິສັດ Nishimatsu Construction ຈໍາກັດຈາກປະເທດຍີ່ປຸ່ນ. ດ້ວຍຄວາມພະຍາຍາມ ແລະ ການຮ່ວມມືຈາກທັງ ສປປ ລາວ ແລະ ຍີ່ປຸ່ນ, ພວກເຮົາມີຈຸດປະສົງທີ່ຈະສະໜັບສະໜູນບໍລິສັດຕ່າງປະເທດທີ່ມຸ່ງຫວັງຢາກເຂົ້າມາລົງທຶນຢູ່ໃນປະເທດທີ່ສວຍງາມແຫ່ງນີ້.
ໃນແຕ່ລະວັນ, ຍ້ອນປັດໃຈຕ່າງໆເຊັ່ນວ່າ: ຄວາມໄດ້ປຽບທາງດ້ານຄ່າແຮງງານ, ຄວາມສຳຄັນຂອງການກະຈ່າຍຄວາມສ່ຽງ ແລະ ທ່າອ່ຽງຂອງການລົດທາດອາຍຄາບອນ ຈຶ່ງເຮັດໃຫ້ ສປປ ລາວ ຍັງຄົງສືບຕໍ່ເປັນປະເທດໜຶ່ງທີ່ນ່າດຶງດູດນັກລົງທຶນຕ່າງປະເທດນັບມື້ນັບຫຼາຍຂຶ້ນເລື້ອຍໆ.

ຖ້າຫາກວ່າທ່ານກໍາລັງພິຈາລະນາການຍົກຍ້າຍ ຫຼື ຂະຫຍາຍຖານການຜະລິດຂອງທ່ານ, ກະລຸນາຢ່າລັງເລທີ່ຈະຕິດຕໍ່ຫາພວກເຮົາ ແລະພິຈາລະນາເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ, ເຊິ່ງເປັນບ່ອນທີ່ພວກເຮົາສະໜອງໂອກາດແກ່ການດໍາເນີນທຸລະກິດທີ່ຫມັ້ນຄົງແລະເຕີບໂຕຢ່າງຕໍ່ເນື່ອງ.

ບໍລິສັດ ພັດທະນາເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈໍາກັດ.
ຜູ້ອໍານວຍການໃຫຍ່
ທ່ານ Mochizuki Toshihiro
ເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ໄດ້ຮັບການອະນຸມັດສຳປະທານຢ່າງເປັນທາງການຈາກລັດຖະບານແຫ່ງ ສປປ ລາວ ໃນເດືອນ ສິງຫາ 2015. ໂດຍໄດ້ເລີ່ມດຳເນີນການພັດທະນາພື້ນຖານໂຄງລ່າງໃນເດືອນພຶດສະພາ 2016, ແລະ ຂພສປຍ ໄດ້ເລີ່ມດຶງດູດນັກລົງທຶນຕ່າງປະເທດຢ່າງເປັນທາງການໃນປີ 2018. ຈຸດເດັ່ນທີ່ສຳຄັນຂອງ ຂພສປຍ ແມ່ນການໃຫ້ ບໍລິສັດຍີ່ປຸ່ນ ເຂົ້າມາມີສ່ວນຮ່ວມໃນການບໍລິຫານຈັດການ ແລະ ສຸມໃສ່ການດຶງດູດການລົງທຶນຈາກຕ່າງປະເທດ ໂດຍສະເພາະບໍລິສັດຜູ້ຜະລິດຈາກປະເທດຍີ່ປຸ່ນ.
ຈຸດປະສົງຂອງລັດຖະບານລາວໃນການສ້າງຕັ້ງ ຂພສປຍ ແມ່ນເພື່ອດຶງດູດການລົງທຶນຈາກບໍລິສັດຜູ້ຜະລິດ, ໂດຍສະເພາະບໍລິສັດຈາກປະເທດຍີ່ປຸ່ນ ເຊິ່ງມີຄວາມຊຳນິຊຳນານໃນດ້ານການຜະລິດ, ລວມທັງບໍລິສັດຕ່າງປະເທດອື່ນໆ. ເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ, ການຮຽນຮູ້ ແລະ ນຳເອົາຄວາມຮູ້ດ້ານການບໍລິຫານຈັດການ ແລະ ການດຳເນີນງານທີ່ມີປະສິດທິພາບມານຳໃຊ້ ແລະ ກໍ່ເພື່ອປະກອບສ່ວນເຂົ້າໃນການພັດທະນາຂະແໜງການຜະລິດໃນທົ່ວປະເທດ ແລະ ການເຕີບໂຕທາງເສດຖະກິດທີ່ຍືນຍົງໃນ ສປປ ລາວ.
ເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມການດຶງດູດການລົງທຶນຈາກຕ່າງປະເທດ, ລັດຖະບານ ແຫ່ງ ສປປ ລາວ ໄດ້ສ້າງກົດໝາຍ, ລະບຽບການ, ສິດທິພິເສດດ້ານການລົງທຶນ ແລະ ນະໂຍບາຍທາງດ້ານພາສີ-ອາກອນຕ່າງໆທີ່ກ່ຽວຂ້ອງ, ພ້ອມທັງພັດທະນາກົນໄກການບໍລິການປະຕູດຽວຢ່າງຕໍ່ເນື່ອງ ເພື່ອຮັບປະກັນຂັ້ນຕອນຂອງການລົງທຶນທີ່ມີປະສິດທິພາບ ແລະ ມີປະສິດທິຜົນ.
ໃນນາມຂອງລັດຖະບານແຫ່ງ ສປປ ລາວ, ແຂວງຈຳປາສັກ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຈຳປາສັກ, ພວກເຮົາມີຄວາມຍິນດີ ແລະ ພ້ອມໃຫ້ການຮ່ວມມື ແລະ ສະໜັບສະໜູນຢ່າງເຕັມທີ່ໃຫ້ແກ່ນັກລົງທຶນທຸກທ່ານທີ່ມີຄວາມສົນໃຈເຂົ້າມາລົງທຶນໃນ ຂພສປຍ ແຫ່ງນີ້.

ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຈຳປາສັກ
ປອ. ກໍລະກັນ ຄຳມະວົງ
ວັນທີ 05 ສິງຫາ 2015: ການສ້າງຕັ້ງເຂດເສດຖະກິດພິເສດນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນ ເອັສເອັມອີ ໄດ້ຮັບອະນຸມັດຈາກລັດຖະບານ (ເຊັນສັນຍາ).
ວັນທີ 12 ທັນວາ 2015: ບໍລິສັດ ພັດທະນາເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ສ້າງຕັ້ງຂື້ນ (ຮ່ວມມືກັບ ບໍລິສັດ Nishimatsu ກໍ່ສ້າງ ຈຳກັດ).
ວັນທີ 17 ທັນວາ 2015: ໄດ້ປະກາດລະບຽບການກ່ຽວກັບການສົ່ງເສີມ ແລະ ຈັດຕັ້ງປະຕິບັດຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນ ເອັສເອັມອີ
ເດືອນ ມັງກອນ 2016: ໄດ້ຮັບໃບອານຸຍາດລົງທຶນ ແລະ ໃບທະບຽນວິສາຫະກິດຂອງບໍລິສັດ
ເດືອນ ພຶດສະພາ 2016: ໄດ້ເລີ່ມດໍາເນີນການກໍ່ສ້າງພື້ນຖານໂຄງລ່າງໄລຍະທີ 1
ເດືອນ ທັນວາ 2017: ໄດ້ເລີ່ມດໍາເນີນການກໍ່ສ້າງໂຮງງານໃຫ້ເຊົ່າຫຼັງທີ 1
ເດືອນ ທັນວາ 2018: ໄດ້ເລີ່ມດໍາເນີນການກໍ່ສ້າງໂຮງງານໃຫ້ເຊົ່າຫຼັງທີ 2